ຕາມແຫຼ່ງຂ່າວຈາກກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ວັນທີ 2 ທັນວາ, ບັນດາກິດຈະກໍາທີ່ມີຫົວຂໍ້ “ສີສັນດອກໄມ້” ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກສະເພາະ ເພື່ອຕ້ອນຮັບປີໃໝ່ 2020, ໄດ້ດຳເນີນແຕ່ວັນທີ 1 ທັນວາ 2019 ຫາວັນທີ 2 ມັງກອນ 2020 ທີ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ຢູ່ ດົງໂມ, ເຊີນໄຕ, ຮ່າໂນ້ຍ.

leftcenterrightdel
ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ດຳເນີນຫຼາຍກິດຈະກຳວັດທະນະທຳຕ້ອນຮັບປີໃໝ່ 2020. ພາບ: langvanhoa.com.vn.

ຈຸດພົ້ນເດັ່ນຂອງບັນດາກິດຈະກຳເດືອນ ທັນວາ 2019 ແມ່ນ “ຕະຫຼາດນັດເຂດພູສູງຕ້ອນຮັບປີໃໝ່ 2020”. ຢູ່ທີ່ນີ້: ຄະນະຈັດຕັ້ງຈະວາດພາບຕະຫຼາດທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຂດພູສູງພາກເໜືອ; ແນະນຳອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊົນເຜົ່າມົງ, ຊົນເຜົ່າກົ໊ງແຂວງດ້ຽນບຽນ; ມາຕະຫຼາດເຂດພູສູງ, ແຂກທ່ອງທ່ຽວຈະໄດ້ຮັບປະທານອາຫານ, ເຂົ້າຮ່ວມການລະຫຼິ້ນພື້ນເມືອງໂດຍວົງຄະນະຍາດຊົນເຜົ່າມົງ, ກົ໊ງ, ໄທ, ໄຕ່, ຢາວ... ແນະນຳ.

ໂດຍ: ສົມເພັດ