ທີ່ການຕ້ອນຮັບ, ທ່ານ Jurin Laksanawisit ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າໄທ ຢັ້ງຢືນວ່າ ໄທສະໜັບສະໜູນຫວຽດນາມ ຈັດຕັ້ງບັນດາກອງປະຊຸມຂັ້ນສູງອາຊຽນ ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊື່ອໝັ້ນວ່າ ຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020 ສໍາເລັດຜົນ; ຕີລາຄາສູງການຮ່ວມມືລະຫວ່າງສະຫະພັນສື່ມວນຊົນໄທ (CTJ) ແລະສະມາຄົມນັກຂ່າວຫວຽດນາມ (VJA).

leftcenterrightdel
ທ່ານ ທ້ວນຫຶ໊ວ ປະທານສະມາຄົມນັກຂ່າວຫວຽດນາມ ພົບປະກັບທ່ານ Jurin Laksanawisit ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າໄທ . ພາບ: nhandan.com.vn.

ທີ່ການພົບປະເຈລະຈາກັບ CTJ, ທ່ານ ທ້ວນຫຶ໊ວ ເນັ້ນໜັກວ່າ, ໃນສະພາບການສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນມິຖຸນາ 2013, VJA ແລະ CTJ ຍາມໃດກໍ່ສົມທົບກັນໃນບັນດາບັນຫາສອງຝ່າຍກໍ່ຄືໃນພາກພື້ນອາຊຽນຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະການພົບປະແລກປ່ຽນລະຫວ່າງບັນດາອົງການສື່ມວນຊົນ ແລະປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ດໍາເນີນການກວດກາຄືນບົດບັນທຶກຊ່ວຍຈໍາການຮ່ວມມື (MOU) ລະຫວ່າງ VJA ແລະ CTJ ທີ່ໄດ້ຮັບການລົງນາມໃນປີ 2015 ແລະຈະໝົດກໍານົດເວລາໃນທ້າຍປີ 2020, ໃນນັ້ນເນັ້ນໜັກວ່າສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ໂຄສະນາກ່ຽວກັບສະພາບການຂອງແຕ່ລະປະເທດເປັນປະຈໍາ...

ໂດຍ: ເກື່ອງດັ້ງ