ໂດຍໄດ້ຮັບການຈັດຕັ້ງໃນຂອບເຂດລາຍການ Taste ອົດສະຕາລີ ຂອງອົງການຈັດຕັ້ງ Hort Innovation, ກິດຈະກໍານີ້ແມ່ນເພື່ອແນໃສ່ປະກອບສ່ວນປັບປຸງການພົວພັນດ້ານການຄ້າລະຫວ່າງສອງປະເທດ. ທ່ານນາງ Justine Coates, ຜູ້ອໍານວຍການການຄ້າສາກົນຂອງອົງການຈັດຕັ້ງ Hort Innovation ໃຫ້ຮູ້ວ່າ, ປະຈຸບັນຫວຽດນາມ ແມ່ນປະເທດນໍາເຂົ້າໝາກອະງຸ່ນສົດໃຫຍ່ທີ 4 ຂອງອົດສະຕາລີ.

leftcenterrightdel
ພາບປະກອບຄັດຈາກສະຖານທູດອົດສະຕາລີ.

ທ່ານນາງ Justine Coates ໄດ້ເນັ້ນໜັກວ່າ: “ຫວຽດນາມ ແມ່ນຕະຫຼາດສົ່ງອອກສໍາຄັນຂອງອົດສະຕາລີ. ຂະແໜງໝາກອະງຸ່ນສົດອົດສະຕາລີ ໄດ້ ແລະພວມຈັດຕັ້ງຫຼາຍກິດຈະກໍາ ເພື່ອແນໃສ່ຍົກສູງຄວາມຮັບຮູ້ ແລະໂຄສະນາຜະລິດຕະພັນໝາກອະງຸ່ນສົດເຖິງຜູ້ບໍລິໂພກຫວຽດນາມ. ໃນປີຜ່ານມາ, ການສົ່ງອອກໝາກອະງຸ່ນສົດຂອງອົດສະຕາລີ ເຕີບໂຕ 33%, ໃນນັ້ນ, ການສົ່ງອອກມາຍັງ ຫວຽດນາມ ເພີ່ມຂຶ້ນ 81%. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະລິມານການສົ່ງອອກໝາກອະງຸ່ນສົດມາຍັງຫວຽດນາມ ຈະສືບຕໍ່ໄດ້ຮັບການເຕີບໂຕໄວໃນຮອບ 10 ປີຕໍ່ໜ້າ”.

ໂດຍ: ທະນາພອນ