leftcenterrightdel
ທ່ານນາງ  Elisa Fernandez, ຫົວໜ້າອົງການຕາງໜ້າ  UN WOMEN  ປະຈໍາຢູ່ ຫວຽດນາມກ່າວຄໍາເຫັນໃນການພົບປະແລກປ່ຽນປະສົບການ. (ພາບ: TTXVN)

ເນື່ອງໃນໂອກາດ ວັນລົບລ້າງການໃຊ້ຄວາມຮຸນແຮງສໍາລັບ ແມ່ຍິງສາກົນ (ວັນທີ 25 ພະຈິກ) ແລະວັນສິດທິມະນຸດສາກົນ (ວັນທີ 10 ທັນວາ), ຢູ່ຫວຽດນາມ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງ ຄື: ກອງປະຊຸມເຈລະຈານະໂຍບາຍ, ກອງປະຊຸມສໍາມະນາ, ການເສັງສິລະປະ, ງານມະໂຫລານ, ງານວາງສະແດງພາບຖ່າຍ, ໂອ້ລົມສົນທະນາຢູ່ມະຫາວິທະຍາໄລແຫ່ງຕ່າງໆ ແລະແຂ່ງຂັນເຕະບານ ແລະ ຟ້ອນລໍາທໍາເພງກັບໄວໜຸ່ມ ເພື່ອແນໃສ່ຮຽກຮ້ອງການກະທໍາເພື່ອຢຸດຕິການໃຊ້ຄວາມຮຸນແຮງສໍາລັບແມ່ຍິງ ແລະເດັກຍິງຢູ່ຫວຽດນາມ. ບັນດາການເຄື່ອນໄຫວ ແມ່ນສ່ວນໜຶ່ງຂອງບັ້ນຂົນຂວາຍທົ່ວໂລກດໍາເນີນໃນເວລາ 16 ວັນ ເພື່ອລົບລ້າງການໃຊ້ຄວາມຮຸນແຮງ ທີ່ຖືກຈັດຂຶ້ນທຸກໆປີ ພ້ອມກັບບັ້ນຂົນຂວາຍຂອງອົງການ UNITE ຢຸດຕິການໃຊ້ຄວາມຮຸນແຮງສໍາລັບແມ່ຍິງ ແລະເດັກຍິງ ໃນປີ 2030 ຂອງເລຂາທິການໃຫຍ່ ສປຊ.

ແຫຼ່ງຄັດຈາກ: vovworld.vn