ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ທ່ານ ບຸ່ຍເຈື່ອງຢາງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດຢັ້ງຢືນວ່າ ການແຂ່ງຂັນໄດ້ຈັດຕັ້ງເພື່ອແນໃສ່ສືບຕໍ່ຮັບຮູ້ ແລະເຊີດຊູບັນດານັກປະພັນ, ບົດຂຽນ ແລະປື້ມທີ່ດີເດັ່ນໃນຂົງເຂດຖະແຫຼງຂ່າວການຕ່າງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ທຸ່ຍລີງ.

ບັນດາບົດທີ່ຈະຮັບການພິຈາລະນາມອບລາງວັນແມ່ນບັນດາບົດທີ່ເປັນພາສາຫວຽດນາມ ແລະພາສາຕ່າງປະເທດທີ່ຂຶ້ນກັບຮູບການຕ່າງໆ, ຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ກະຈາຍສຽງ, ໂທລະພາບ, ຂ່າວພາບ ແລະປື້ມ... ທີ່ລົງໃນບັນດາພາຫະນະສື່ມວນຊົນພາຍໃນປະເທດ ແລະຕ່າງປະເທດ, ແຕ່ວັນທີ  1 ມັງກອນ ຫາວັນທີ 31 ທັນວາ 2019. ພິທີປະກາດ ແລະມອບລາງວັນຈະໄດ້ຈັດຂຶ້ນໃນເດືອນມິຖຸນາ 2020. ບັນດາບົດເຂົ້າຮ່ວມການແຂ່ງຂັນແມ່ນສົ່ງເຖິງອົງການປະຈໍາການແຂ່ງຂັນກ່ອນວັນທີ 31 ມີນາ 2020, ຕາມທີ່ຢູ່: ຫ້ອງການສະຖານີໂທລະພາບຫວຽດນາມ (ຫ້ອງການເລຂາສັງລວມ), ເລກທີ 43 ຫງວຽນຈີ໊ແທັງ, ເມືອງບາດີ່ງ, ນະຄອນຮ່າໂນ້ຍ; ອີເມວ: giaithuongdoingoai2019@gmail.com.

ໂດຍ: ຄໍາແພງ