IFC ພ້ອມກັບສະພາທີ່ປຶກສາວິສາຫະກິດ APEC (ABAC)  ດ້ວຍການໜູນຊ່ວຍຂອງທະນາຄານແຫ່ງລັດຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມປະຈໍາປີ ຄັ້ງທີ 4 ກ່ຽວກັບການອຸປະຖໍາລະບົບສະໜອງຢູ່ອາຊີ-ປາຊີຟິກ.

ມີຜູ້ຕາງໜ້າປະມານ 250 ຄົນທີ່ມາຈາກບັນດາກະຊວງ, ຂະແໜງການ ແລະບັນດາອົງການລັດຖະບານ, ບັນດາອົງການການເງິນ ແລະບັນດາບໍລິສັດເກັບຊື້ ແລະສົ່ງອອກແຖວໜ້າ, ບັນດາບໍລິສັດສະໜອງ ແລະຈໍາໜ່າຍລະບົບສະໜອງໄດ້ເຂົ້າຮ່ວມເຫດການນີ້.

leftcenterrightdel
IFC ຊຸກຍູ້ການອຸປະຖໍາລະບົບສະໜອງຢູ່ຫວຽດນາມ. ພາບ: tinnhanhchungkhoan.vn.

ບັນດານັກປາຖະກະຖາທີ່ມາຈາກທຸກພາກພື້ນໄດ້ແບ່ງປັນບົດຮຽນ ແລະປຶກສາຫາລືກ່ຽວກັບການເປີດກວ້າງຕະຫຼາດອຸປະຖໍາລະບົບສະໜອງຢູ່ ຫວຽດນາມ ແລະບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂອງ APEC.

ບົດລາຍງານທີ່ຍົກອອກຢູ່ກອງປະຊຸມໃຫ້ຮູ້ວ່າ, ວົງເງິນການຄ້າຕ່າງປະເທດຂອງຫວຽດນາມ ໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ດ້ວຍບັນດາສັນຍາການຄ້າເສລີພວມເປີດອອກໃຫ້ກາລະໂອກາດຕະຫຼາດໃໝ່ໃຫ້ບັນດາວິສາຫະກິດພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ການຂາດທຶນໝູນວຽນ ແລະບັນດາບໍລິການທະນາຄານອຸປະຖໍາທຸລະກຳຄື ອຸປະຖໍາລະບົບສະໜອງໄດ້ສົ່ງຜົນສະທ້ອນເຖິງຄວາມສາມາດຮັບເອົາບັນດາໃບສັ່ງຈອງສິນຄ້າໃຫຍ່ ຫຼື ພັດທະນາການພົວພັນໃໝ່ດ້ວຍບັນດາຄູ່ຮ່ວມມືໃນລະບົບມູນຄ່າ.

ທ່ານ Julius Caesar Parrenas, ຜູ້ປະສານງານຂອງເວທີປາໄສການເງິນອາຊີ - ປາຊີຟິກສັງກັດ ABAC ໃຫ້ຮູ້ວ່າ: “ສືບຕໍ່ບັນດາໝາກຜົນຂອງບັນດາກອງປະຊຸມກ່ອນນັ້ນ, ປີນີ້, ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບການເລືອກເອົາເພື່ອສ້າງລະບົບຊີວະພາບໃຫ້ແກ່ການອຸປະຖໍາລະບົບສະໜອງຢູ່ບັນດາຕະຫຼາດຫາພົ້ນເດັ່ນຄື, ຫວຽດນາມ, ບ່ອນທີ່ການເຄື່ອນໄຫວດ້ານການຄ້າພວມພັດທະນາທີ່ສຸດ. ບັນດາບໍລິສຸດຜະລິດ ແລະບໍລິສັດສະໜອງພາຍໃນປະເທດຕ້ອງການບັນດາບໍລິການອຸປະຖໍາທີ່ມີປະສິດທິຜົນເພື່ອໜູນຊ່ວຍການທຸລະກຳດ້ານການຄ້າກັບບັນດາຄູ່ຮ່ວມມືໃນທົ່ວໂລກ”.

ທ່ານນາງ ຮ່າທູຢາງ, ຮອງຫົວໜ້າກົມສິນເຊື່ອບັນດາຂະແໜງເສດຖະກິດ, ທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ, ເປີດກວ້າງການອຸປະຖໍາລະບົບສະໜອງແມ່ນມາດຕະການທີ່ມີປະໂຫຍດ, ບໍ່ພຽງຊ່ວຍໃຫ້ບັນດາສະມາຊິກໃນລະບົບປັບປຸງຄວາມສາມາດແກ່ງແຍ້ງ, ຮັບຜົນປະໂຫຍດສູງສຸດເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂໃຫ້ບັນດາອົງການສິນເຊື່ອຄວບຄຸມໄດ້ກະແສ, ເປັນພື້ນຖານ ເປີດກວ້າງສິນເຊື່ອສຳລັບລູກຄ້າທີ່ເຂົ້າຮ່ວມລະບົບສະໜອງ. ທ່ານນາງ ຮ່າທູຢາງ ໃຫ້ຮູ້ວ່າ “ກອງປະຊຸມສຳມະນານີ້ແມ່ນກາລະໂອກາດອັນລໍ້າຄ່າ ເພື່ອໃຫ້ບັນດາຝ່າຍມີຄວາມສາມາດແລກປ່ຽນຄວາມຮູ້ ແລະບົດຮຽນພຶດຕິກຳຕົວຈິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວອຸປະຖໍາລະບົບສະໜອງຢູ່ບັນດາພື້ນຖານເສດຖະກິດຫາພົ້ນເດັ່ນ, ໃນນັ້ນ, ມີຫວຽດນາມ. ຈາກນັ້ນ, ກໍ່ຊ່ວຍບັນດາ ອົງການລັດຖະບານມີພື້ນຖານ, ພຶດຕິກໍາຕົວຈິງຕື່ມອີກເພື່ອຄົ້ນຄວ້າ ແລະປັບປຸງຂອບນິຕິກໍາກ່ຽວກັບຕະຫຼາດອຸປະຖໍາລະບົບສະໜອງຢູ່ຫວຽດນາມ”.

IFC, ດ້ວຍການໜູນຊ່ວຍຂອງກົມເສດຖະກິດສະຫະພັນສະວິດ (SECO) ພວມຜັນຂະຫຍາຍໂຄງການທີ່ປຶກສາຊຸກຍູ້ການອຸປະຖໍາລະບົບສະໜອງໃຫ້ບັນດາວິສາຫະກິດຂະໜາດໜ້ອຍສຸດ, ໜ້ອຍ ແລະກາງຂອງຫວຽດນາມ ຜ່ານການປັບປຸງຂອບນິຕິກໍາ, ພື້ນຖານໂຄງລ່າງຂະແໜງ, ກຳລັງຄວາມສາມາດຂອງບັນດາບໍລິສັດສະໜອງບໍລິການອຸປະຖໍາລະບົບສະໜອງ ແລະຄວາມຮັບຮູ້ຂອງບັນດາວິສາຫະກິດເຂົ້າຮ່ວມລະບົບສະໜອງ.

ທ່ານ Kyle Kelhofer, ຜູ້ອໍານວຍການແຫ່ງຊາດ IFC ປະຈໍາ ຫວຽດນາມ, ກໍາປູເຈຍ ແລະລາວ ໃຫ້ຮູ້ວ່າ: “ໃນພື້ນຖານເສດຖະກິດກໍານົດທິດສົ່ງອອກຄື ຫວຽດນາມ, ເລື່ອງມີຢູ່ບັນດາຜະລິດຕະພັນອຸປະຖໍາລະບົບສະໜອງຈະຊ່ວຍໃຫ້ບັນດາບໍລິສັດຜະລິດ ແລະສົ່ງອອກພາຍໃນປະເທດເພີ່ມທະວີການເຊື່ອມຈອດກັບບັນດາລະບົບສະໜອງໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຢູ່ ຫວຽດນາມ ມີອົງການການເງິນສະໜອງບໍລິການອຸປະຖໍາລະບົບສະໜອງທີ່ທັນສະໄໝດ້ວຍຂະໜາດໃຫຍ່ແມ່ນມີໜ້ອຍທີ່ສຸດ, ນີ້ໄດ້ຮັບຖືວ່າແມ່ນການພາດໂອກາດຂອງບັນດາບໍລິສັດສະໜອງບໍລິການດ້ານການເງິນ ແລະບັນດາວິສາຫະກິດ”. ທ່ານ Kyle Kelhofer ເນັ້ນໜັກວ່າ, “ຕໍ່ໜ້າສະພາບການນັ້ນ, IFC ໃຫ້ຄໍາໝັ້ນສັນຍາໜູນຊ່ວຍໃຫ້ບັນດາຝ່າຍເຂົ້າຮ່ວມລະບົບສະໜອງຂອງ ຫວຽດນາມ ພັດທະນາ ແລະຫັນຕະຫຼາດອຸປະຖໍາລະບົບສະໜອງເປັນຫຼາຍຮູບຫຼາຍແບບກວ່າອີກ.

 

ໂດຍ: ໄຊນີດາ