ງານຕະຫຼາດນັດໄດ້ຈັດຕັ້ງ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດໃນການຊອກຫາເຕັກໂນໂລຢີ, ເຄື່ອງຈັກ, ອຸປະກອນ, ບັນດາຄູ່ຮ່ວມມືດຳເນີນທຸລະກິດ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງຂະແໜງອຸດສາຫະກໍາ. ງານຕະຫຼາດນັດປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 350 ແຫ່ງກ່ຽວກັບຂົງເຂດອຸດສາຫະກໍາທີ່ມາຈາກປະເທດ: ຫວຽດນາມ, ສ.ເກົາຫຼີ, ຈີນ... ດ້ວຍເນື້ອທີ່ວາງສະແດງທັງໝົດແມ່ນກວ່າ 6.000 ແມັດກາເລ, ເຄື່ອງຈັກ, ອຸປະກອນທັນສະໄໝໃນຂົງເຂດອຸດສາຫະກໍານັບເປັນຫຼາຍຮ້ອຍຢ່າງໄດ້ນຳມາວາງຂາຍຢູ່ຕະຫຼາດນັດ, ຄື: ເຄື່ອງຕັດ CNC, ເຄື່ອງຕັດ laser... ນອກຈາກນັ້ນ, ຢູ່ເຫດການຍັງໄດ້ດໍາເນີນບັນດາລາຍການສົ່ງເສີມການຄ້າ, ເຊື່ອມຕໍ່ການຄ້າ.

leftcenterrightdel
ບັນດາເຄື່ອງອາໄຫຼ່, ເຄື່ອງຈັກໄດ້ວາງຂາຍຢູ່ງານຕະຫຼາດນັດ. ພາບ: ລາຢຸຍ.
leftcenterrightdel
ບໍລິສັດຜະລິດ ແລະການຄ້າເມື່ອຍທິ້ງຈໍາກັດ ໄດ້ວາງຂາຍເຄື່ອງຕັດ laser ຢູ່ງານຕະຫຼາດນັດ. ພາບ: ລາຢຸຍ.
leftcenterrightdel
ແຂກພາຍໃນ ແລະຕ່າງປະເທດຢ້ຽມຊົມງານຕະຫຼາດນັດເປັນຈໍານວນຫຼວງຫຼາຍ. ພາບ: ລາຢຸຍ.
leftcenterrightdel
ປ້ຳລົມຂອງບໍລິສັດຜະລິດການຄ້າ ແລະນໍາເຂົ້າ-ສົ່ງອອກອຸປະກອນອຸດສາຫະກໍາທຽນມ້າ ຈໍາກັດ ໄດ້ວາງຂາຍຢູ່ງານຕະຫຼາດນັດ. ພາບ: ລາຢຸຍ.
leftcenterrightdel
ເຄື່ອງຕັດ CNC ຂອງບໍລິສັດອຸປະກອນ Suntech ຫວຽດນາມຈໍາກັດ ໄດ້ວາງຂາຍຢູ່ງານຕະຫຼາດນັດ. ພາບ: ລາຢຸຍ.

ໂດຍ: ທະນາພອນ