ພາຍຫຼັງພິທີ, ບັນດາຜູ້ແທນ ແລະສະມາຊິກສະມາຄົມ, ຊາວໜຸ່ມດີເດັ່ນໄດ້ເຂົ້າຮ່ວມບັນດາກິດຈະກໍາທີ່ມີຄວາມໝາຍຄື: ປະຕິບັດກິດຈະກໍາຊາວໜຸ່ມ “ໄຕ້ໄຟຢູ່ເສັ້ນທາງຊົນນະບົດ” ແລະລາຍການ “ຈົ່ງເຮັດໃຫ້ທະເລສະອາດ”; ຢ້ຽມຢາມເຂດທ່ອງທ່ຽວແຫຼມກາເມົາ...

leftcenterrightdel
ບັນດາຊາວໜຸ່ມເຂົ້າຮ່ວມລາຍການ. ພາບ: ຢ້ຽວຖຸຍ.

ລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ແມ່ນກິດຈະກໍາຈຸດສຸມເພື່ອຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະພັນຊາວໜຸ່ມຫວຽດນາມ ຄັ້ງທີ VIII, ອາຍຸການ 2019 – 2024.

leftcenterrightdel
ຄະນະຈັດຕັ້ງມອບທວນໄຟລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ໃຫ້ນະຄອນໂຮ່ຈີມິນ. ພາບ: ຢ້ຽວຖຸຍ.
leftcenterrightdel
ຄະນະຈັດຕັ້ງມອບທຸງຊາດ 100 ຜືນ ໃຫ້ຊາວປະມົງເດິດມຸ໊ຍ. ພາບ: ຢ້ຽວຖຸຍ.
leftcenterrightdel
ບັນດາຊາວໜຸ່ມເຂົ້າຮ່ວມການຈັດແຜນທີ່ຫວຽດນາມ. ພາບ: ຢ້ຽວຖຸຍ.
leftcenterrightdel
ປະຕິບັດລາຍການ “ຈົ່ງເຮັດໃຫ້ທະເລສະອາດ”. ພາບ: ຢ້ຽວຖຸຍ.

ຜ່ານລາຍການນີ້, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຮຽກຮ້ອງຈິດໃຈປະຈັນບານ, ຫົວຄິດປະດິດສ້າງ, ສຶກສາອົບຮົມມູນເຊື້ອ, ຈິດໃຈຮັກຊາດ, ເພີ່ມພູນຄູນສ້າງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດໃຫ້ແກ່ໄວໜຸ່ມ; ເປັນແບບຢ່າງຊາວໜຸ່ມໃນຍຸກສະໄໝໃໝ່ ແລະຈິດໃຈອາສາສະໝັກຂອງຊາວໜຸ່ມຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມ...

ໂດຍ: ກວຽດເຕິມ