leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຫວຽດຮວ່າງ.

ຕາມທ່ານ ເລງອັກເລິມ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລ້ວ, ເພື່ອໝູນໃຊ້ໄດ້ໂອກາດຈາກການປະຕິວັດອຸດສາຫະກໍາ 4.0, ແຕ່ລະປະເທດຕ້ອງກໍານົດບັນດາຜົນສະທ້ອນຂອງມັນຕໍ່ກັບທຸກຂົງເຂດ, ໃນນັ້ນມີຂົງເຂດຊັບສິນທາງປັນຍາ. ໃນສະພາບການປະຕິວັດອຸດສາຫະກໍາ 4.0,  ໜຶ່ງໃນບັນດາໜ້າທີ່ສໍາຄັນທີ່ວາງອອກໃຫ້ລະບົບຊັບສິນທາງປັນຍານັ້ນແມ່ນຕ້ອງໄດ້ຮັບການກໍ່ສ້າງ ແລະນໍາໃຊ້ໃຫ້ມີປະສິດທິຜົນຢ່າງແທ້ຈິງ, ສ້າງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ການຫັນຊັບສິນທາງປັນຍາເປັນການຄ້າ. ຈາກນັ້ນ, ປະກອບສ່ວນເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ໄດ້ມີບົດປະກອບຄຳເຫັນຕ່າງໆ, ແບ່ງປັນບົດຮຽນ ແລະມາດຕະການແກ້ໄຂໃນການສ້າງສໍາເລັດລະບົບປົກປ້ອງ ແລະປະຕິບັດສິດທາງດ້ານຊັບສິນທາງປັນຍາໃນສະພາບການໃໝ່...

ໂດຍ: ເກື່ອງດັ້ງ