leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: baoquocte.vn.

ເວທີປາໄສມີຫົວຂໍ້ “ພັດທະນານະຄອນໂຮ່ຈີມິນໃຫ້ກາຍເປັນສູນການເງິນພາກພື້ນ ແລະສາກົນ” ໂດຍຄະນະກໍາມະການປະຊາຊົນນະຄອນເປັນປະທານ, ຈະດໍາເນີນໃນວັນທີ 18 ຕຸລາ ຢູ່ຫໍປະຊຸມ White Palace (ນະຄອນໂຮ່ຈີິມິນ) ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານທັງພາຍໃນ ແລະຕ່າງປະເທດກ່ຽວກັບບັນດາຂົງເຂດພັດທະນາເສດຖະກິດ ແລະສັງຄົມ.

ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາອົງການ, ກົມກອງ, ນັກຊ່ຽວຊານແລກປ່ຽນ, ປຶກສາຫາລື, ຕີລາຄາສະພາບຕົວຈິງ ແລະແງ່ຫວັງ, ກາລະໂອກາດ, ສິ່ງທ້າທາຍຂອງນະຄອນໃນການດຶງດູດແຫຼ່ງຊັບພະຍາກອນມະນຸດ ແລະພັດທະນາການບໍລິການດ້ານການເງິນ. ເວທີປາໄສປຶກສາຫາລືທິດທາງ, ມາດຕະການພັດທະນານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນການເງິນພາກພື້ນ ແລະສາກົນ.

ໂດຍ: ໄຊນີດາ