ນີ້ແມ່ນໜຶ່ງໃນບັນດາກິດຈະກໍາຕອບສະໜອງວັນເດັກນ້ອຍຍິງສາກົນວັນທີ 11 ຕຸລາ ປະຈໍາປີ, ນັບແຕ່ປີ 2012 ເປັນຕົ້ນມາ.

ນາງ ເຟືອງແອັງ, ອາຍຸ 20 ປີ, ນັກສຶກສາມະຫາວິທະຍາໄລສ້າງຄູຮ່າໂນ້ຍ ມີໂອກາດໄດ້ຮັບການມອບສິດນຳພາຈາກທ່ານນາງ Ann Måwe ເອກອັກຄະລັດຖະທູດຊູແອັດ ປະຈໍາຫວຽດນາມ. ນາງ ເຟືອງແອັງ ມີໂອກາດໄດ້ເຮັດວຽກຂອງເອກອັກຄະລັດຖະທູດ 1 ວັນ ກໍ່ຄືໄດ້ຮັບຟັງເລື່ອງລາວຂອງທ່ານນາງ-ຈາກນາງສາວຊູແອັດ ທີ່ເປັນຄົນທໍາມະດາ ແລະໄດ້ກາຍມາເປັນເອກອັກຄະລັດຖະທູດ.

leftcenterrightdel
ທ່ານນາງ Ann Måwe ເອກອັກຄະລັດຖະທູດຊູແອັດ ປະຈໍາຫວຽດນາມ ມອບສິດໃຫ້ນາງ ເຟືອງແອັງ ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ 1 ວັນ. ພາບ: ຮ່າລີງ.

ໃນວັນດຽວກັນ, ທ່ານນາງ Ann Måwe ແລະນາງ ເຟືອງແອັງ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍເວິນໂນ້ຍ, ເມືອງດົງແອັງ, ເຂົ້າຮ່ວມວາລະປຶກສາຫາລືຂອງສະໂມສອນ “ຫົວໜ້າຂອງການປ່ຽນແປງໃໝ່”.

ໂດຍ: ທະນາພອນ