ກອງປະຊຸມສໍາມະນາດັ່ງກ່າວແມ່ນການເຄື່ອນໄຫວໃນຂອບເຂດໂຄງການ “ຄວາມປອດໄພ ແລະຄວາມສະເໝີພາບ: ຫັນສິດ ແລະໂອກາດຂອງຜູ້ອອກແຮງງານຍິງອົບພະຍົບໃນພາກພື້ນອາຊຽນໃຫ້ປະກົດຜົນເປັນຈິງ”, ເຊິ່ງແມ່ນສ່ວນໜຶ່ງໃນຂໍ້ລິເລີ່ມທີ່ພົ້ນເດັ່ນຂອງສະຫະພາບເອີລົບ (ອີຢູ) ແລະສະຫະປະຊາຊາດ ເພື່ອແນໃສ່ລົບລ້າງທຸກຮູບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ.

leftcenterrightdel
ທ່ານ ຫວູວຽດແອງ, ຫົວໜ້າກົມກົງສຸນ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສໍາມະນາ. ພາບ: ຈູງຮ໊ຽວ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູວຽດແອງ, ຫົວໜ້າກົມກົງສຸນ ຢັ້ງຢືນວ່າ, ກອງປະຊຸມສໍາມະນາຈະປະກອບສ່ວນຍົກສູງກໍາລັງຄວາມສາມາດຂອງພະນັກງານການທູດຢູ່ບັນດາອົງການຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດໃນການໜູນຊ່ວຍ, ປົກປ້ອງສິດຂອງຜູ້ອົບພະຍົບ, ພິເສດແມ່ນຜູ້ອອກແຮງງານອົບພະຍົບທີ່ຖືກໃຊ້ຄວາມຮຸນແຮງ.

ໂດຍ: ເຈິ່ນຮວ່ຽນ