leftcenterrightdel
ການນຳນະຄອນໂຮ່ຈີມິນ, ກະຊວງຖະແຫຼງຂ່າວ ແລະສື່ສານ, Viettel ປະຕິບັດພິທີປະກາດການກະຈາຍຄື້ນ 5G. ພາບ: qdnd.vn.

ຕອນເຊົ້າວັນທີ 21 ກັນຍາ, ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະຄົມກອງທັບ (Viettel) ໄດ້ສົມທົບກັບຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງພິທີປະກາດການກະຈາຍຄື້ນ 5G ຢູ່ນະຄອນໂຮ່ຈີມິນ. ນະຄອນ ໂຮ່ຈີມິນ ກາຍເປັນທ້ອງຖິ່ນທຳອິດໃນທົ່ວປະເທດທີ່ມີການນຳໃຊ້ເຄືອຂ່າຍ 5G. ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມຶືອງ, ເລຂາພັກນະຄອນໂຮ່ຈີມິນ; ທ່ານ ຟານເຕິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ; ທ່ານພົນຈັດຕະວາ ຮວ່າງເຊີນ, ເລຂາຄະນະພັກ, ຮອງຜູ້ອຳນວຍໃຫຍ່ Viettel ແລະຜູ້ຕາງໜ້າມາຈາກບາງອົງການ, ກົມກອງພາຍໃນປະເທດ ແລະສາກົນເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ພິທີ, Viettel ປະກາດ: ໄດ້ສໍາເລັດການກໍ່ສ້າງ  1.000 ສະຖານີ  NB-IoT ກະຈາຍສັນຍານ 100% ຢູ່ນະຄອນໂຮ່ຈີມິນ. ພ້ອມກັນນັ້ນ Viettel ກໍ່ກະຈາຍສັນຍານ 5G ໃນທົ່ວເມືອງ 12, ເມືອງ 10, ນະຄອນໂຮ່ຈີມິນ. ຄືແນວນັ້ນ, ນະຄອນ ໂຮ່ຈີມິນ ກາຍເປັນທ້ອງຖິ່ນທຳອິດໃນທົ່ວປະເທດທີ່ກະຈາຍສັນຍານ 5G ແລະ IoT ໃນເນື້ອທີ່ກວ້າງ.  ການກະຈາຍຄື້ນ 5G ຢູ່ນະຄອນໂຮ່ຈີມິນ ແມ່ນບາດກ້າວເດີນສໍາຄັນຂອງ Viettel ໃນຍຸດທະສາດນຳຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດທຳອິດໃນໂລກແຫ່ງການຫັນການບໍລິການ 5G ເປັນການຄ້າ.

ໂດຍ: ສົມເພັດ