ນີ້ແມ່ນກິດຈະກຳສຳຄັນໃນຂອບເຂດປີຫວຽດນາມ ເຄື່ອນໄຫວຢູ່ລັດເຊຍ ແລະປີລັດເຊຍ ເຄື່ອນໄຫວຢູ່ຫວຽດນາມ 2019 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ແລະມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ ໃນປີ 2020.

leftcenterrightdel
ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢັ້ງຢືນວ່າ, ຄຳພິໄນກຳຂອງປະທານໂຮ່ຈີມິນ ແມ່ນມໍລະດົກທາງດ້ານຈິດໃຈອັນລ້ຳຄ່າ, ໄດ້ເຕົ້າໂຮມເອົາພູມປັນຍາ, ຄຸນສົມບັດ ແລະບຸກຄະລິກກະພາບອັນສູງສົ່ງຂອງວິລະບຸລຸດ, ຜູ້ທີ່ອຸທິດຕະຫຼອດຊີວິດເພື່ອເປົ້າໝາຍເອກະລາດ, ເສລີພາບຂອງປະເທດຊາດ, ຄວາມອີ່ມໜຳສຳລານ, ຄວາມຜາສຸກຂອງປະຊາຊົນຫວຽດນາມ ແລະບັນດາຄຸນຄ່າມະນຸດສະທຳອັນລ້ຳຄ່າຂອງມວນມະນຸດ...

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Saint Petersburg Alexander Beglov ເຈົ້າຄອງນະຄອນ Saint Petersburg ເນັ້ນໜັກວ່າ, ກອງປະຊຸມສຳມະນາແມ່ນກິດຈະກໍາສຳຄັນສະແດງໃຫ້ເຫັນການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດຢ່າງມີຊີວິດຊີວາ; ທ່ານຖືວ່າ ມໍລະດົກເຊິ່ງປະທານ ໂຮ່ຈີມິນ ສ້າງປະໄວ້ໃຫ້ແມ່ນລ້ຳຄ່າທີ່ສຸດຕໍ່ກັບປະຊາຊົນຫວຽດນາມ ແລະປະຊາຊົນປະເທດຕ່າງໆ, ໃນນັ້ນມີສະຫະພັນລັດເຊຍ; ສະແດງຄວາມຂອບອົກຂອບໃຈພັກກອມມູນິດຫວຽດນາມ ທີ່ໄດ້ເລືອກເອົາ Saint Petersburg-ນະຄອນວິລະຊົນເປັນບ່ອນຈັດຕັ້ງກອງປະຊຸມສຳມະນາເພື່ອໃຫ້ໄວໜຸ່ມສະຫະພັນລັດເຊຍ ມີໂອກາດເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະທານ ໂຮ່ຈີມິນ ແລະມໍລະດົກຂອງເພິ່ນທີ່ປະໄວ້ໃຫ້.

ໂດຍ: ແສງເດືອນ