leftcenterrightdel
ຜູ້ຕາງໜ້າກຸ່ມນັກປະພັນຂອງປື້ມ “Waging Peace in Vietnam” ເຊັນມອບປື້ມ. ພາບ: ທືເລ.

ປື້ມຫົວດັ່ງກ່າວໄດ້ສະເໜີຕົວເນື່ອງໃນໂອກາດສະເຫຼີມສະຫຼອງ 38 ປີແຫ່ງວັນສັນຕິພາບສາກົນ (21-9-1981 / 21-9-2019), ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນຂອງງານວາງສະແດງທີ່ມີຫົວເລື່ອງສະເພາະ “ກະແສຄັດຄ້ານສົງຄາມອະທໍາຂອງອາເມລິກາຢູ່ຫວຽດນາມ” ທີ່ຫໍພິພິທະພັນ.

leftcenterrightdel
ຄະນະຈັດຕັ້ງມອບປື້ມ “Waging Peace in Vietnam” ໃຫ້ບາງຫົວໜ່ວຍເພື່ອເປັນເອກະສານ ວາງສະແດງ. ພາບ: ທືເລ.

ປື້ມຫົວດັ່ງກ່າວໜາ 250 ໜ້າ, ເປັນພາສາອັງກິດ, ທີ່ມີເນື້ອໃນຂຽນເຖິງກ່ຽວກັບຂະບວນການຄັດຄ້ານສົງຄາມຢູ່ຫວຽດນາມ ຂອງທະຫານຜ່ານເສິກອາເມລິກາ. ເປັນຕົ້ນແມ່ນໃນໄລຍະ 1968-1972, ກໍາລັງນີ້ໄດ້ນໍາໜ້າໃນການແຫ່ຂະບວນປະທ້ວງຄັດຄ້ານສົງຄາມ. ບາງບົດຂຽນໃນປື້ມສະແດງໃຫ້ເຫັນຄວາມຄິດ, ຄວາມຮູ້ສຶກຂອງບັນດາທະຫານຜ່ານເສິກອາເມລິກາ ພາຍຫຼັງກັບຄືນຫວຽດນາມ.

ໂດຍ: ທູຈາງ