ພິທີມອບ-ຮັບຂໍ້ຕົກລົງຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 88 ຄົນທີ່ດໍາລົງຊີວິດຢູ່ແຂວງເຊີນລາ
ກປ.ອອນໄລ - ວັນທີ 18 ກັນຍາ, ຢູ່ຄ້າຍທະຫານຊາຍແດນດ່ານສາກົນລ໋ອງເຊິບ, ເມືອງມົກເຈົາ, ບັນດາອົງການທີ່ກ່ຽວຂ້ອງແຂວງເຊີນລາ ໄດ້ສົມທົບກັບກະຊວງຍຸຕິທຳຫວຽດນາມ ຈັດຕັ້ງພິທີປະກາດ ແລະມອບຂໍ້ຕົກລົງຖືສັນຊາດຫວຽດນາມ ຂອງປະທານປະເທດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 88 ຄົນທີ່ພວມດໍາລົງຊີວິດຢູ່ແຂວງເຊີນລາ.
ທີ່ພິທີ, ທ່ານນາງ ເລືອງທິແລງ, ຮອງຫົວໜ້າກົມສັນຊາດ, ສຳມະໂນຄົວ, ກະຊວງຍຸຕິທໍາຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງຖືສັນຊາດຫວຽດນາມແລ້ວ ເຂົາເຈົ້າຈະໄດ້ຮັບປະກັນບັນດາສິດຜົນປະໂຫຍດອັນຊອບທໍາ. ນອກຈາກນັ້ນ, ເດັກນ້ອຍຈະໄດ້ຮັບປະກັນສິດຜົນປະໂຫຍດຢ່າງຄົບຖ້ວນໃນການກວດ, ປິ່ນປົວພະຍາດ ແລະການຮຽນ. ພ້ອມກັນນັ້ນ, ບັນດາພົນລະເມືອງດັ່ງກ່າວຈະໄດ້ຊົມໃຊ້ນະໂຍບາຍໜູນຊ່ວຍເພື່ອເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ ແລະດີກວ່າອີກ.
|
|
ທ່ານນາງ ເລືອງທິແລງ ມອບຂໍ້ຕົກລົງຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ຢູ່ແຂວງເຊີນລາ, ນັບແຕ່ປະຈຸບັນຮອດວັນທີ 15 ຕຸລາ 2019, ໂດຍປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດຫວຽດນາມ-ລາວ ກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນສອງປະເທດ, ຈະມີພົນລະເມືອງລາວ 200 ຄົນທີ່ພວມດໍາລົງຊີວິດຢູ່ທີ່ນີ້ຈະໄດ້ຖືສັນຊາດຫວຽດນາມ ຕາມຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ.ຫວຽດນາມ.
ໂດຍ: ທະນາພອນ