leftcenterrightdel
ການປຸງແຕ່ງໄມ້ສົ່ງອອກ. ພາບ: ສຳນັກຂ່າວສານຫວຽດນາມ.

ລາຍລະອຽດ: ການສົ່ງອອກໄປຍັງຍີ່ປຸ່ນ ໃນໄລຍະ 8 ເດືອນຕົ້ນປີບັນລຸ 13,39 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,9%; ການສົ່ງອອກໄປຍັງ ສ.ເກົາຫຼີ ບັນລຸ 12,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,3%;  ການສົ່ງອອກໄປຍັງອາຊຽນ ບັນລຸ 17,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,7%; ການສົ່ງອອກໄປຍັງລັດເຊຍ ບັນລຸ 1,92 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14,2%... ພິເສດແມ່ນວົງເງິນການຄ້າສົ່ງອອກໄປຍັງບັນດາຕະຫຼາດແມ່ນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP)  ບັນລຸລະດັບເພີ່ມຂຶ້ນເປັນຢ່າງດີ, ລະອຽດແມ່ນ: ການສົ່ງອອກໄປຍັງການາດາ ໃນໄລຍະ 8 ເດືອນຕົ້ນປີບັນລຸ 2,59 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 31,3%; ການສົ່ງອອກໄປຍັງເມັກຊີໂກ ບັນລຸ 1,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20,9%. ພິເສດ, ການາດາ ກໍາລັງແມ່ນຕະຫຼາດທີ່ມີລະດັບການເຕີບໂຕສົ່ງອອກແຮງທີ່ສຸດຂອງຫວຽດນາມ ດ້ວຍລະດັບການເຕີບໂຕຂຶ້ນເຖິງກວ່າ 2,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ໂດຍ: ສົມເພັດ