ຕອນບ່າຍວັນທີ 15 ກັນຍາ, ທີ່ສຳນັກງານພົນລະພາກຫຼວງ 15, ທ່ານ ເວືອງດິ່ງເຫວ້, ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັກວຽກກັບພົນລະພາກຫຼວງ 15, 16 ແລະບໍລິສັດກາເຟ 15 (ທະຫານເຂດ 5) ກ່ຽວກັບການປະຕິບັດແຜນຮ່າງສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນວິສາຫະກິດກອງທັບ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ແທັ່ງຈູງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເວືອງດິ່ງເຫວ້ ໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ບັນດາກົມກອງທີ່ໄດ້ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ການເມືອງເປັນຢ່າງດີ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜູນຊ່ວຍ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບຫຼາຍໝື່ນຄົນຢູ່ເຂດຊາຍແດນເປັນປົກກະຕິ. ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າເຖິງວ່າຕົກຢູ່ໃນສະພາບການໃດກໍ່ຕາມບັນດາກົມກອງຄວນເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນຫວຽດນາມວິລະຊົນ, ມູນເຊື້ອທະຫານລຸງໂຮ່, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນກໍ່ສ້າງກອງທັບ, ພັດທະນາເສດຖະກິດ - ສັງຄົມ ແລະປົກປັກຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນຍຸດທະສາດແຫ່ງຊາດ.

ໂດຍ: ແສງເດືອນ