ກຸ່ມໂຮງງານໄຟຟ້າແສງຕາເວັນເຢ່ົາຕ໊ຽງ DT1 ແລະ DT2 ແມ່ນໂຄງການຮ່ວມມືລະຫວ່າງບໍລິສັດຊວນເກົ່າຈໍາກັດ (ຫວຽດນາມ) ແລະ ບໍລິສັດ B.Grimm Power Public ຈໍາກັດ (ໄທ). ໂຄງການໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມິຖຸນາ 2018 ແລະແມ່ນກຸ່ມໂຮງງານໄຟຟ້າແສງຕາເວັນມີຂອບຂະໜາດໃຫຍ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະໜອງໄຟຟ້າປະມານ 688 ລ້ານ kWh/ປີ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ກຸ່ມໂຮງງານໄຟຟ້າແສງຕາເວັນເຢ່ົາຕ໊ຽງ DT1 ແລະ DT2. ພາບ: ຮ່ວາງຢາ.

ເລື່ອງກຸ່ມໂຮງງານໄຟຟ້າແສງຕາເວັນເຢ່ົາຕ໊ຽງ ໄດ້ນຳເຂົ້າໃຊ້ງານມີຄວາມໝາຍສໍາຄັນໃນການສະໜອງແຫຼ່ງໄຟຟ້າຂຽວ ແລະສະອາດໃຫ້ແກ່ການພັດທະນາເສດຖະກິດ, ເໝາະສົມກັບແຜນນະໂຍບາຍ, ການກໍານົດທິດຂອງພັກກ່ຽວກັບການພັດທະນາພະລັງງານ ແລະນະໂຍບາຍອຸດສາຫະກໍາຂອງປະເທດຊາດ. ພ້ອມທັງເປັນພະຍານຫຼັກຖານໃຫ້ແກ່ການຮ່ວມມືລົງທຶນຂອງວິສາຫະກິດຫວຽດນາມ ກັບວິສາຫະກິດໄທ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງພະລັງງານເວົ້າລວມ ແລະອຸດສາຫະກໍາພະລັງງານຜະລິດຄືນໃໝ່ເວົ້າສະເພາະຢູ່ຫວຽດນາມ.

ໂດຍ: ທູຈາງ