ເຂົ້າຮ່ວມພິທີອາໄລຫາມີຄະນະຜູ້ແທນຂອງຄະນະກຳມະການປ້ອງກັນການປະຕິວັດກູບາ ນຳໂດຍທ່ານ Carlos Rafael Miranda Martinez, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານຄະນະກຳມະການປ້ອງກັນການປະຕິວັດກູບາ.

leftcenterrightdel
ການນໍາແຂວງເງະອານ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ: baonghean.vn.

ພິທີອາໄລຫາ 50 ປີແຫ່ງວັນເຖິງແກ່ມໍລະນະກຳຂອງປະທານໂຮ່ຈີມິນ ໄດ້ຮັບການຈັດຕັ້ງຢ່າງເຄັ່ງຂຶມ, ປະຢັດ ແລະຖືກຕາມຮີດຄອງປະເພນີຂອງທ້ອງຖິ່ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ປະຊາຊົນບັນດາທ້ອງຖິ່ນພາຍໃນ ແລະຕ່າງແຂວງເງະອານສະແດງຄວາມຮູ້ບຸນຄຸນ, ອາໄລຫາເຖິງຄຸນງາມຄວາມດີຂອງປະທານໂຮ່ຈີມິນ.

leftcenterrightdel
ທ່ານ Carlos Rafael Miranda Martinez, ປະທານຄະນະກຳມະການປ້ອງກັນການປະຕິວັດກູບາ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ: ແທັງເຈືອງ.

ສະເຫຼີມສະຫຼອງວັນເຖິງແກ່ມໍລະນະກຳຂອງປະທານໂຮ່ຈີມິນ ຄົບຮອບ 50 ປີ (1969-2019), ຢູ່ວິຫານບູຊາລຸງໂຮ່ ຢູ່ຈອມພູບາວີ່ (ເມືອງບາວີ່, ນະຄອນຮ່າໂນ້ຍ), ໝູ່ຄະນະພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານປ່າສະຫງວນແຫ່ງຊາດບາວີ່ - ກົມກອງໄດ້ຮັບໜ້າທີ່ຄຸ້ມຄອງ, ປົກປັກຮັກສາກິດຈະກໍາວິຫານບູຊາລຸງໂຮ່, ພ້ອມກັບຜູ້ຕາງໜ້າການນໍາ 16 ຕາແສງຂອງເມືອງບາວີ່, ບັນດາພະສົງສໍາມະເນນ, ພຸດທະສາສະນິກກະຊົນ ແລະປະຊາຊົນນັບຫຼາຍພັນຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດໄດ້ຖະຫວາຍທູບທຽນອາໄລຫາ ແລະຕອບບຸນຄຸນປະທານໂຮ່ຈີມິນ.

ໂດຍ: ທະນາພອນ