leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ. ພາບ: ຊອງຫງວຽນ.

ທີ່ງານວາງສະແດງລວມມີຮູບພາບ, ເອກະສານ 120 ຢ່າງທີ່ແນະນໍາເຖິງແຂກມາຢ້ຽມຊົມຄໍາພິໄນກໍາຂອງເພິ່ນ, ເອກະສານປະຫວັດສາດທີ່ມີລໍ້າຄ່າ, ມີຄວາມໝາຍທາງດ້ານທິດສະດີ ແລະພຶດຕິກຳຕົວຈິງທີ່ເລິກເຊິ່ງໂດຍປະທານ ໂຮ່ຈີມິນ ສ້າງໄວ້ໃຫ້ປະຊາຊົນຫວຽດນາມ. ຫົວຂໍ້ສະເພາະຂອງຮູບພາບແຫ່ງການຕໍ່ຕ້ານໄດ້ແນະນໍາເອກະສານ, ວັດຖຸພັນ 120 ຢ່າງ ເຊິ່ງແມ່ນບັນດາຮູບພາບກ່ຽວກັບຊີວິດການເປັນຢູ່, ການຕໍ່ສູ້ຂອງທະຫານ ແລະປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງຫວຽດນາມ, ໂດຍບັນດານັກແຕ້ມ-ນັກຮົບປະຕິບັດໂດຍກົງໃນການຕໍ່ຕ້ານ. ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຊາດ, ຄຸນຄ່າສິລະປະ ແລະຄຸນຄ່າຂອງຮູບພາບປະເພດພິເສດນີ້ກວ່າອີກ. ງານວາງສະແດງຈະປິດລົງໃນວັນທີ 9 ກັນຍາ.

ໂດຍ: ໄຊນີດາ