ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ, ເລື່ອງຮັບຮອງເອົາຂໍ້ຕົກລົງ GCM ສະແດງໃຫ້ເຫັນວ່າການຮ່ວມມືສາກົນໃນຂົງເຂດການເຄື່ອນຍ້າຍຖິ່ນຖານໄດ້ຮັບການຮັບຮູ້ວ່າແມ່ນຂອບເຂດປະສິດທິຜົນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງການເຄື່ອນຍ້າຍຖິ່ນຖານ ແລະຊ່ວຍຊຸກຍູ້ການເຄື່ອນຍ້າຍຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ, ປົກປ້ອງສິດ, ຜົນປະໂຫຍດຂອງຊາວອົບພະຍົບເພື່ອພື້ນຖານສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນຂອງໂລກ. ທ່ານ ຫວູຫວຽດແອັງ ຢັ້ງຢືນວ່າ, ຫວຽດນາມ ໄດ້, ກຳລັງ ແລະຈະປະຕິບັດຕາມແຜນນະໂຍບາຍຊຸກຍູ້ການເຄື່ອນຍ້າຍຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ; ສະກັດກັ້ນ ແລະຕ້ານການເຄື່ອນຍ້າຍຖິ່ນຖານຜິດກົດໝາຍ, ການຄ້າມະນຸດ ແລະປົກປ້ອງສິດຂອງຊາວອົບພະຍົບ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.com.vn.

ຕີລາຄາສູງເລື່ອງຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂໍ້ຕົກລົງ GCM, ທ່ານ David Knight, ຫົວໜ້າຄະນະຜູ້ຕາງໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານຖືວ່າ, ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການເພ່ີ່ມທະວີຄວາມຮັບຮູ້ລວມ, ຄວາມຮັບຜິດຊອບແບ່ງປັນ, ເຫັນດີເປັນເອກະພາບກ່ຽວກັບຈຸດປະສົງໃນຂົງເຂດການເຄື່ອນຍ້າຍຖິ່ນຖານເພື່ອໃຫ້ການເຄື່ອນຍ້າຍຖິ່ນຖານມີຜົນປະໂຫຍດໃຫ້ທຸກຝ່າຍກ່ຽວຂ້ອງ.

ໂດຍ: ແສງເດືອນ