leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vietnam.vnanet.vn

ປຶ້ມ “ລຸງໂຮ່ ຂຽນຄໍາພິໄນກໍາ” (ນັກຂຽນ ຫວູກີ່, ເລຂາຂອງປະທານ ໂຮ່ຈີມິນ) ໂດຍທ່ານນາງ Sveta Glazunova ນັກຄົ້ນຄວ້າຫວຽດນາມ, ຄູສອນພາສາຫວຽດ-ມະຫາວິທະຍາໄລການພົວພັນກັບສາກົນ, ກະຊວງການຕ່າງປະເທດສະຫະພັນລັດເຊຍ ແປເປັນພາສາລັດເຊຍ. ດ້ວຍຄວາມຫວັງຢາກຊ່ວຍໃຫ້ເພື່ອນຜູ້ອ່ານລັດເຊຍ ມີເອກະສານທາບທາມທີ່ມີຄວາມໝາຍເລິກເຊິ່ງກ່ຽວກັບວິວັດການຂຽນຄໍາພິໄນກໍາຂອງປະທານ ໂຮ່ຈີມິນ, ສໍານັກພິມການເມືອງແຫ່ງຊາດຄວາມຈິງ (ຫວຽດນາມ) ໄດ້ສົມທົບກັບສໍານັກພິມສະຖາບັນ Zhukovsky ພິມຈໍາໜ່າຍປຶ້ມຫົວນີ້ຢູ່ລັດເຊຍ.

ໂດຍ: ຈາງຫງວຽນ