leftcenterrightdel
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

“ຕາມແຫຼ່ງຂ່າວຈາກບັນດາອົງການກ່ຽວຂ້ອງ, ວັນທີ 13 ສິງຫາ 2019, ກໍາປັ່ນສໍາຫຼວດ Haiyang 8 ແລະກໍາປັ່ນປ້ອງກັນ ຈໍານວນໜຶ່ງຂອງຈີນ ໄດ້ກັບມາເຄື່ອນໄຫວລະເມີດເຂດທະເລຂອງຫວຽດນາມ. ນີ້ແມ່ນເຂດທະເລທີ່ຂຶ້ນກັບສິດອະທິປະໄຕ ແລະສິດອຳນາດສານຂອງຫວຽດນາມ, ເຊິ່ງໄດ້ກໍານົດຕາມຂໍ້ກໍານົດຕ່າງໆຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ໄດ້ປະຊາສຳພັນກັບຈີນ, ຄັດຄ້ານເລື່ອງຈີນ ລະເລີດຢ່າງຮ້າຍແຮງ, ຮຽກຮ້ອງຈີນ ຕ້ອງຖອນກຸ່ມກໍາປັ່ນທັງໝົດດັ່ງກ່າວອອກຈາກເຂດທະເລຂອງຫວຽດນາມ, ເຄົາລົບສິດອະທິປະໄຕ, ສິດອຳນາດສານ, ສິດຕ່າງໆ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຫວຽດນາມ, ຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະກົດໝາຍສາກົນ.

ບັນດາກໍາລັງກ່ຽວຂ້ອງຂອງຫວຽດນາມ ສືບຕໍ່ຜັນຂະຫຍາຍມາດຕະການປະຕິບັດອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຖືກຕາມກົດໝາຍຂອງຫວຽດນາມ ແລະກົດໝາຍສາກົນ. ຫວຽດນາມ ກໍ່ຢືນຢັນຖືສັນຕິພາບ, ຄວາມໝັ້ນຄົງເປັນສໍາຄັນທີ່ສຸດ, ເຄົາລົບກົດໝາຍຢູ່ທະເລາຕາເວັນອອກ ແລະສະແດງໃຫ້ເຫັນເຈດຕະນາດີໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບກັບຈີນ ເພື່ອຜົນປະໂຫຍດຂອງສອງລັດ, ປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ພ້ອມທັງເດັດດ່ຽວ, ຢຶດໝັ້ນປົກປັກຮັກສາບັນດາສິດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຕົນ.  ຫວຽດນາມ ຮຽກຮ້ອງໃຫ້ປະເທດຕ່າງໆທີ່ກ່ຽວຂ້ອງ ແລະປະຊາຄົມສາກົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ, ພາກພື້ນ ແລະສາກົນ”.

ໂດຍ: ທູຈາງ