ຕາມນັ້ນແລ້ວ, ລາຍຮັບຂອງກຸ່ມບໍລິສັດ Viettel ບັນລຸໄດ້ 110.000 ຕື້ດົ່ງ, ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ກຳໄລບັນລຸໄດ້ 21.300 ຕື້ດົ່ງ, ເພີ່ມຂຶ້ນ 10,2% ແລະລື່ນກາຍ 24,7% ເມື່ອທຽບໃສ່ກັບແຜນການ.

ລາຍຮັບຂອງ cloud computing ເຕີບໂຕ 85%

ໂດຍແມ່ນໜຶ່ງໃນບັນດາສະມາຊິກທີ່ມີລະດັບເຕີບໂຕສູງໃນກຸ່ມບໍລິສັດ, ສິ້ນສຸດ 6 ເດືອນຕົ້ນປີ 2019,  Viettel IDC ບັນລຸລາຍຮັບເຕີບໂຕ 42% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ພິເສດ, ບໍລິການ cloud computing ບັນລຸລາຍຮັບເຕີບໂຕ 85% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ.

ໃນດ້ານບໍລິການ cloud Viettel IDC ສະໜອງໃຫ້ຕະຫຼາດໃນໄລຍະ 6 ເດືອນຕົ້ນປີ, ບັນດາວິສາຫະກິດຂະໜາດກາງ ແລະນ້ອຍ (SMEs) ກວມເອົາ 52%, ບັນດາອົງການລັດຖະບານກວມເອົາ 14%... ສຳລັບລະດັບການເຕີບໂຕ, ກຸ່ມ SMEs ກໍ່ນໍາໜ້າດ້ວຍ 90%.

leftcenterrightdel
Viettel IDC ແມ່ນບໍລິສັດຢືນອັນດັບທີ 1 ຢູ່ຫວຽດນາມ. ພາບ: ວັນຟອງ.

ປະຈຸບັນ, ສຳລັບຂົງເຂດ cloud, Viettel IDC ແມ່ນບໍລິສັດຢືນອັນດັບທີ 1 ຢູ່ຫວຽດນາມ, ກວມສ່ວນແບ່ງຕະຫຼາດປະມານ 29%. ປະຈຸບັນ, Viettel IDC ກໍ່ແມ່ນບໍລິສັດສະໜອງໂຄງລ່າງສູນຂໍ້ມູນ ແລະ cloud computing ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ດ້ວຍ 5 ສູນຂໍ້ມູນລ້ວນແຕ່ຕອບສະໜອງມາດຕະຖານ Tier 3. ໃນໄລຍະຈະມາເຖິງ, Viettel IDC ມີແຜນການເປີດກວ້າງສູນຂໍ້ມູນຕອບສະໜອງມາດຕະຖານ Green Datacenter ແລະ Hyperscale Datacenter, ເພື່ອຢັ້ງຢືນຄືນໃໝ່ຄວາມປາດຖະໜາຢາກກາຍເປັນບໍລິສັດສະໜອງບໍລິການທີ່ມີລະບົບຊີວະພາບອຸດົມສົມບູນທີ່ສຸດຢູ່ຫວຽດນາມ.

leftcenterrightdel
Viettel ປະຈັນບານໃນການພັດທະນາ ແລະສະໜອງບັນດາແອັບຟີເຄຊັນ, ການບໍລິການດີຈິຕອນ. ພາບ: ວັນຟອງ.

ກໍາໄລຂອງ Viettel Global ໃນໄຕມາດ 2 ເພີ່ມຂຶ້ນລະດັບສູງສຸດໃນຫຼາຍປີ

ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel - Viettel Global (Upcom: VGI) ຫາກໍ່ປະກາດບົດລາຍງານການເງິນໄຕມາດ 2. ຕາມນັ້ນແລ້ວ, ລາຍຮັບສຸດທິໃນການດໍາເນີນທຸລະກິດໄຕມາດຜ່ານມາບັນລຸໄດ້ 4.074 ຕື້ດົ່ງ, ເທົ່າກັບໄລຍະດຽວກັນປີກາຍ. ຍ້ອນສືບຕໍ່ສຸມໃສ່ເຂົ້າໃນການດໍາເນີນທຸລະກິດຕົ້ນຕໍແມ່ນໂທລະຄົມມະນາຄົມ, ເພີ່ມຂຶ້ນ ARPU, ຫຼຸດຜ່ອນບັນດາກິດຈະກໍາຊື້ຂາຍອຸປະກອນມີອັດຕາກໍາໄລຕໍ່າສະນັ້ນຄ່າລົງທຶນຫຼຸດລົງ.

leftcenterrightdel
ຜົນການດໍາເນີນທຸລະກິດຂອງ Viettel Global. ພາບ: ວັນຟອງ.

ນອກຈາກນັ້ນ, ອີງຕາມເລື່ອງ Viettel Global ເອົາໃຈໃສ່ເຖິງການນຳໃຊ້ເງິນຕາໃຫ້ດີທີ່ສຸດ, ຍົກສູງປະສິດທິຜົນການເຄື່ອນໄຫວດ້ານການເງິນ, ກໍາໄລສຸດທິຈາກການເຄື່ອນໄຫວດ້ານການເງິນບັນລຸໄດ້ 447 ຕື້ດົ່ງ. ສັງລວມບັນດາປັດໄຈດັ່ງກ່າວ,  ໃນໄຕມາດ 2 Viettel Global ບັນລຸກໍາໄລກ່ອນອາກອນເພີ່ມຂຶ້ນເຖິງ 1.092 ຕື້ດົ່ງ.

leftcenterrightdel
Viettel Global ເອົາໃຈໃສ່ເຖິງການນຳໃຊ້ເງິນຕາໃຫ້ດີທີ່ສຸດ, ຍົກສູງປະສິດທິຜົນການເຄື່ອນໄຫວດ້ານການເງິນ. ພາບ: ວັນຟອງ.

ໂດຍອີງໃສ່ການປັບປຸງໃນການດໍາເນີນທຸລະກິດ, ໃບຫຸ້ນ VGI ໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ກັບໄລຍະຕົ້ນປີ, ປະຈຸບັນຢູ່ລະດັບ 30.000 ດົ່ງ/ຫຸ້ນ. ມຸ່ງໄປເຖິງເປົ້າໝາຍນໍາໜ້າໃນການສ້າງສັງຄົມດີຈິຕອນ, ໃນໄລຍະ 6 ເດືອນຕົ້ນປີ, ກຸ່ມບໍລິສັດ Viettel ໄດ້ສະເໜີຕົວ 3 ຫົວໜ່ວຍສະມາຊິກໃໝ່ລ້ວນແຕ່ສຸມໃສ່ຂົງເຂດເຕັກໂນໂລຢີດີຈິຕອນແມ່ນບໍລິສັດໃຫຍ່ວິທີການແກ້ໄຂ Viettel, ບໍລິສັດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ Viettel ແລະບໍລິສັດໃຫຍ່ເຕັກໂນໂລຢີສູງ Viettel.

ຕາມທ່ານພົນຈັດຕະວາ ເລດັງຢູງ ຮັກສາການປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ແລ້ວ, ໃນໄລຍະຈະມາເຖິງ,  Viettel ສືບຕໍ່ກໍ່ສ້າງໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີທັນສະໄໝທີ່ສຸດເພື່ອເປັນພື້ນຖານນໍາເຕັກໂນໂລຢີ 4.0 ເຂົ້າໃນແຕ່ລະຂົງເຂດຂອງຊີວິດ.

ໂດຍ: ທະນາພອນ