ທີ່ງານມະໂຫລານ, ຜູ້ແທນປະຊາຊົນສອງປະເທດ ແລະການນໍາແຂວງນິງບີ່ງ ປິຕິຊົມຊື່ນຫວນຄືນມູນເຊື້ອການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍຊາດ ແລະໃນວິວັດການກໍ່ສ້າງຢູ່ສອງປະເທດ; ພ້ອມກັນຍົກອອກບັນດາມາດຕະການ, ຄື: ເພີ່ມທະວີກິດຈະກຳງານມະໂຫລານມິດຕະພາບປະຊາຊົນເພື່ອຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດຂຶ້ນສູ່ລະດັບສູງໃໝ່. ຕໍ່ຈາກນັ້ນແມ່ນງານພົບປະແລກປ່ຽນສິລະປະດ້ວຍຫຼາຍລາຍການທີ່ເປັນເອກະລັກສະເພາະ, ດູດດື່ມຂອງບັນດານັກສິລະປະສັງກັດຄະນະຜູ້ແທນປະຊາຊົນອິນເດຍ; ບັນດານັກສິລະປິນຂອງໂຮງລະຄອນຂັບແຈ່ວນິງບີ່ງ, ສະແດງໃຫ້ເຫັນຄວາມງາມທີ່ເປັນມູນເຊື້ອຂອງສອງປະເທດ, ປຸກລຸກອາລົມຈິດອັນອົບອຸ່ນ, ຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ - ອິນເດຍ ເວົ້າລວມ ແລະປະຊາຊົນແຂວງນິງບີ່ງ ເວົ້າສະເພາະ.

leftcenterrightdel
ທ່ານນາງ ຫງວຽນທິແທັງ ເລຂາພັກແຂວງນິງບີ່ງ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະຜູ້ແທນປະຊາຊົນອິນເດຍ. ພາບ: ເລຮົ່ງ.

ກ່ອນໜ້ານັ້ນ, ບັນດາອົງການທີ່ກ່ຽວຂ້ອງແຂວງນິງບີ່ງ ໄດ້ຕ້ອນຮັບ ແລະນໍາຄະນະຜູ້ແທນປະຊາຊົນອິນເດຍ ໄປຢ້ຽມຢາມມໍລະດົກວັດທະນະທຳ ແລະທຳມະຊາດໂລກຈ່າງອານ. ນີ້ແມ່ນໂອກາດເພື່ອໃຫ້ແຂວງນິງບີ່ງ ແນະນໍາບັນດາຜົນງານພັດທະນາເສດຖະກິດ - ສັງຄົມ, ໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນທີ່ມີທ່າແຮງ, ກ່ຽວກັບທັດສະນີຍະພາບ ແລະບັນດານະໂຍບາຍບຸລິມະສິດ, ດຶງດູດການລົງທຶນຂອງແຂວງ. ສິ່ງເຫຼົ່ານັ້ນໄດ້ເປີດອອກໂອກາດ, ຄວາມສາມາດໃນການຮ່ວມມືຫຼາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງອິນເດຍ ກັບແຂວງນິງບີ່ງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບຫວຽດນາມ - ອິນເດຍ ໃຫ້ນັບມື້ນັບແໜ້ນແຟ້ນ.

ໂດຍ: ເກື່ອງດັ້ງ