ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ-ລາວ ແມ່ນບ່ອນເຕົ້າໂຮມຂຸມຝັງສົບຂອງພະນັກງານ, ນັກຮົບອາສາສະໝັກ ແລະນັກຊ່ຽວຊານການທະຫານກວ່າ 11.000 ຄົນທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສູດສັກອະນິດຈາ. ພາບ: baonghean.vn.

ທີ່ພິທີ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ໄວ້ອາໄລຕໍ່ດວງວິນຍານຂອງປະທານ ໂຮ່ຈີມິນ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ອາໄລຫາ ແລະພາວະນາໃຫ້ດວງວິນຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານເພື່ອຄວາມເປັນເອກະລາດ, ເອກະພາບຂອງປະເທດຊາດ, ເພື່ອພັນທະສາກົນອັນສູງສົ່ງ...

leftcenterrightdel
ບັນຍາກາດທີ່ພິທີສູດສັກອະນິດຈາ. ພາບ: baonghean.vn.

ພິທີສູດສັກອະນິດຈາແມ່ນເພື່ອສະແດງນ້ຳໃຈຕອບບຸນແທນຄຸນຂອງສາສະໜາພຸດ, ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ ແລະການສຶກສາຄົນຮຸ່ນໜຸ່ມໃນປະຈຸບັນກ່ຽວກັບມູນເຊື້ອຮັກຊາດ, ຮູ້ບຸນຄຸນອັນໃຫຍ່ຫຼວງ, ການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍ: ແສງເດືອນ