leftcenterrightdel
ລູກຄ້ານໍາໃຊ້ບໍລິການເຄືອຂ່າຍ Unitel. ພາບ: ຮ່າແທງ.

ນອກຈາກບັນດາຈຸດພົ້ນເດັ່ນກ່ຽວກັບການເຕີບໂຕຂອງລາຍຮັບທາງໂທລະຄົມມະນາຄົມແລ້ວ, Viettel ຍັງມີ 3 ນະໂຍບາຍດໍາເນີນທຸລະກິດໃໝ່, ລວມມີ: ຜັນຂະຫຍາຍບັນດາແພັກເກັດ data ດ້ວຍລາຄາພິເສດ ເພື່ອແນໃສ່ຫັນປ່ຽນການກະທໍາຂອງລູກຄ້າທີ່ນໍາໃຊ້ data wifi ໄປສູ່ການນໍາໃຊ້ data ຢູ່ໃນໂທລະສັບມືຖື; ເພີ່ມຄວາມຖີ່ FTTH ຂຶ້ນທົບສອງເທົ່າແຕ່ບໍ່ປ່ຽນແປງລາຄາ; ຜັນຂະຫຍາຍລາຍການເບິ່ງແຍງລູກຄ້າ Viettel++ ໃຫ້ລູກຄ້າຂອງ Viettel ທັງໝົດເກືອບ 70 ລ້ານຄົນ. ວັນທີ 10 ພຶດສະພາ ຜ່ານມາ, Viettel ກໍ່ກາຍເປັນບໍລິສັດທໍາອິດຢູ່ ຫວຽດນາມ ໄດ້ທົດລອງເຄືອຂ່າຍ 5G.

ມຸ່ງໄປເຖິງເປົ້າໝາຍນໍາໜ້າໃນການສ້າງສັງຄົມດີຈີຕອນ, ໃນໄລຍະ 6 ເດືອນຕົ້ນປີ, ກຸ່ມບໍລິສັດ Viettel ໄດ້ເປີດຕົວ 3 ກົມກອງສະມາຊິກໃໝ່ເຊິ່ງລ້ວນແຕ່ສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຢີດີຈີຕອນ. ໃນນັ້ນ, ບໍລິສັດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ Viettel ມີບົດບາດແມ່ນຫົວໜ່ວຍຮັບຜິດຊອບປົກປັກຮັກສາຄວາມໝັ້ນຄົງໃນຂົງເຂດດີຈີຕອນ. ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ແມ່ນຫົວໜ່ວຍຄົ້ນຄວ້າ, ປະດິດ ແລະຜະລິດບັນດາອຸປະກອນເຕັກໂນໂລຢີ 4.0 ສາມາດໃຊ້ໄດ້ທັງກອງທັບ ແລະພົນລະເຮືອນ. ບໍລິສັດໃຫຍ່ບໍລິການດີຈີຕອນ Viettel ແມ່ນສະໜອງບັນດາການບໍລິການຊຳລະດີຈີຕອນ ແລະບໍລິການຂໍ້ມູນ.

ໂດຍ: ຈາງຫງວຽນ