ການເຄື່ອນໄຫວດັ່ງກ່າວ ນອນໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຂອງທ່ານ Edgars Rinkevics ລັດຖະມົນຕີກະຊວງການຕ່າງປະເທດເລັດເວຍ ຢູ່ຫວຽດນາມ, ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດສອງປະເທດຫວຽດນາມ ແລະເລັດເວຍ.

leftcenterrightdel
ເວທີປາໄສວິສາຫະກິດ ຫວຽດນາມ-ເລັດເວຍ ໂດຍ VCCI ຈັດຕັ້ງ. ພາບ: ເລເຟືອງ.

ໃນຊຸມປີມໍ່ໆມານີ້, ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ-ເລັດເວຍ ມີບັນດາບາດກ້າວພັດທະນາຢ່າງແຮງ, ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງເລັດເວຍ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທີ່ເວທີປາໄສ, ຕາງໜ້າສອງຝ່າຍໄດ້ແນະນໍາຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະການເຊື່ອມຕໍ່ວິສາຫະກິດຫວຽດນາມ ກັບບັນດາວິສາຫະກິດເລັດເວຍ ທີ່ເຄື່ອນໄຫວໃນຂົງເຂດຕ່າງໆ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ; ປຸງແຕ່ງໄມ້; ທາດເຄມີ ແລະການຢາ; ສຶກສາເປີດກວ້າງຕະຫຼາດ ແລະໃຫ້ຄຳປຶກສາ…

ຕາມຜູ້ຕາງໜ້າ VCCI ແລ້ວ, ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າລົງທຶນລະຫວ່າງ ຫວຽດນາມ ແລະເລັດເວຍ ຍັງໃຫຍ່ຫຼວງຢູ່, ການຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ-ເລັດເວຍ ຈະເປັນບາດກ້າວທໍາອິດໃນການສ້າງຂົວຕໍ່ ເພື່ອໃຫ້ວິສາຫະກິດສອງປະເທດມີຄວາມເຂົ້າໃຈກັນກວ່າອີກ, ຈາກນັ້ນສ້າງຂົວຕໍ່ແລກປ່ຽນການຄ້າ.

ໂດຍ: ຈາງຫງວຽນ