ທີ່ກອງປະຊຸມ, ຄະນະປະຈໍາລັດຖະບານ ແລະບັນດາສະມາຊິກລັດຖະບານ ໄດ້ພິຈາລະນາບົດລາຍງານຂອງບັນດາກະຊວງ, ຂະແໜງການ ເພື່ອຕີລາຄາສັງລວມການພົວພັນການຄ້າກັບບັນດາຄູ່ຮ່ວມມືໃຫຍ່ຂອງພື້ນຖານເສດຖະກິດ, ໄຈ້ແຍກບັນດາຂໍ້ຈໍາກັດ, ອ່ອນດ້ອຍທີ່ຄວນໄດ້ຮັບການແກ້ໄຂ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນສະພາບການເສດຖະກິດທົ່ວໂລກ ແລະພາກພື້ນຫຼຸດລົງ, ການແກ່ງແຍ້ງດ້ານການຄ້າກໍາລັງເກີດຂຶ້ນຢ່າງສັບສົນ, ບັນດາກະຊວງ, ຂະແໜງການ ຄວນເປັນເຈົ້າການ, ມີບັນດາບາດກ້າວເດີນ, ວິທີເຮັດທີ່ແທດຈິງ, ສອດຄ່ອງເພື່ອຊຸກຍູ້ພັດທະນາການຜະລິດພາຍໃນປະເທດ, ສ້າງວຽກເຮັດງານທໍາ; ພ້ອມທັງຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນຄົງ, ສືບຕໍ່ທ່າເຕີບໂຕ, ພັດທະນາແບບຍືນຍົງ; ໃນນັ້ນຕ້ອງເອົາໃຈໃສ່ຮັບປະກັນຄວາມກົມກຽວໃນການພົວພັນການຄ້າກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນ ຄື: ອາເມລິກາ, ຈີນ, ອາຊຽນ, ຍີ່ປຸ່ນ, ສ.ເກົາຫຼີ... ບົນຫຼັກການສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ...

ໂດຍ: ໄຊຊະນະ