ຕາມການຕີລາຄາຂອງ NCIF ແລ້ວ, ໃນສະພາບການຄ້າ, ການລົງທຶນທົ່ວໂລກບໍ່ບັນລຸໄດ້ຄືການຄາດຄະເນ, ເສດຖະກິດໂລກເຕີບໂຕຊັກຊ້າດ້ວຍຫຼາຍປັດໄຈກ່ຽວກັບຄວາມສ່ຽງໄດ້ເພີ່ມຂຶ້ນ, ພິເສດແມ່ນຄວາມເຄັ່ງຕຶງລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່, ແຕ່ວ່າລະດັບການເຕີບໂຕດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2019 ຍັງບັນລຸ 6,76%, ເຖິງວ່າຕໍ່າກວ່າໄລຍະດຽວກັນຂອງປີ 2018 (7,05%) ກໍ່ຕາມ, ແຕ່ຍັງແມ່ນລະດັບສູງເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີ 2011-2017; ໄພເງິນເຟີ້ໄດ້ຮັບການຄວບຄຸມດ້ວຍດັດຊະນີລາຄາບໍລິໂພກ (CPI) ສະເລ່ຍໃນ 6 ເດືອນຜ່ານມາ ເພີ່ມຂຶ້ນພຽງແຕ່ 2,64%.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ.  ພາບ: qdnd.vn.

ເມື່ອຄາດຄະເນສະພາບເສດຖະກິດໃນ 6 ເດືອນຕໍ່ໄປ, NCIF ຖືວ່າເລື່ອງລັດຖະບານສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນກໍ່ຄືສວຍໃຊ້ກາລະໂອກາດຂອງການເຊື່ອມໂຍງເຂົ້າກັບສາກົນຈະແມ່ນປັດໄຈສໍາຄັນຊຸກຍູ້ພື້ນຖານເສດຖະກິດຫວຽດນາມ. ຄາດຄະເນລະດັບການເຕີບໂຕດ້ານເສດຖະກິດປີ 2019 ຢູ່ໃນລະດັບ 6,86%, ລື່ນກາຍຄາດໝາຍແຜນການພັດທະນາເສດຖະກິດ-ສັງຄົມ ປີ 2019 (6,6-6,8%); ຄາດຄະເນວ່າ CPI ຈະເພີ່ມຂຶ້ນ 3,13%.

ໂດຍ: ທູຈາງ