leftcenterrightdel
ພິທີມອບຫຼຽນກາລະນຶກໃຫ້ແກ່ບັນດານັກເຄື່ອນໄຫວເພື່ອສັນຕິພາບອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ. 

ທີ່ພິທີ, ທ່ານ ຫງວຽນເຕິມຈ໊ຽນ ປະທານສະມາຄົມຫວຽດນາມ-ອາເມລິກາ ທັງເປັນຮອງປະທານ VUFO  ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ໃຫ້ແກ່ນັກເຄື່ອນໄຫວເພື່ອສັນຕິພາບອາເມລິກາ 6 ຄົນ ເພື່ອແນໃສ່ຮັບຮູ້ ແລະເຊີດຊູບັນດາການປະກອບສ່ວນອັນລໍ້າຄ່າຂອງເຂົາເຈົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະອາເມລິກາ. ຕາງໜ້າໃຫ້ບັນດານັກເຄື່ອນໄຫວເພື່ອສັນຕິພາບອາເມລິກາ, ທ່ານ Frank Joyce ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບລາງວັນອັນສູງສົ່ງທີ່ສຸດຂອງ VUFO, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.

ໂດຍ: ໄຊນີດາ