leftcenterrightdel
ພິທີຕັດແຖບຜ້າເປີດສະຫຼອງໂຮງງານໄຟຟ້າແສງຕາເວັນ Eco Seido ຕຸຍຟອງ. ພາບ:  baobinhthuan.com.vn.

ພາຍຫຼັງກໍ່ສ້າງມາເປັນເວລາ 5 ເດືອນ, ໄລຍະທີ 1 ໄດ້ກໍ່ສ້າງສໍາເລັດດ້ວຍເນື້ອທີ່ກໍ່ສ້າງກວ່າ 130 ເຮັກຕາ, ຍອດຈຳນວນທຶນກວ່າ 1.153 ຕື້ດົ່ງ, ຕິດຕັ້ງຖ່ານພະລັງງານແສງຕາເວັນ 143.000 ແຜ່ນ, 7 ກຸ່ມ inveter, ກໍາລັງຕິດຕັ້ງຄາດວ່າບັນລຸກວ່າ 40 ລ້ານ kWh/ປີ, ໄດ້ນໍາເຂົ້າຕາໜ່າງໄຟຟ້າແຫ່ງຊາດແລ້ວ. ບັນດາອຸປະກອນໄດ້ຮັບການຕິດຕັ້ງແມ່ນເຕັກໂນໂລຢີທັນສະໄໝທີ່ສຸດໃນໂລກ. ຕາມແຜນການ, ໂຄງການໂຮງງານໄຟຟ້າແສງຕາເວັນ Eco Seido ຕຸຍຟອງ ລວມມີ 3 ໄລຍະ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດແມ່ນ 300 ເຮັກຕາ, ເຊິ່ງຕິດຕັ້ງຢູ່ເຂດພູດອຍສັງກັດ 2 ຕາແສງ: ຟູ໋ລາກ, ຟອງຟູ໋ (ເມືອງຕຸຍຟອງ) ດ້ວຍກໍາລັງຕິດຕັ້ງອອກແບບທັງໝົດ 100 ລ້ານkWh/ປີ ແລະຈະກໍ່ສ້າງສໍາເລັດໃນປີ 2020.

ໂດຍ: ໄຊຊະນະ