ບ້ວງເງິນດັ່ງກ່າວແມ່ນນອນໃນໂຄງການພັດທະນາສັງລວມຕົວເມືອງກໍາລັງໜູນ, ຄາດຄະເນວ່າຈະນຳເອົາຜົນປະໂຫຍດໂດຍກົງມາໃຫ້ຊາວທ້ອງຖິ່ນ 4 ແຂວງດັ່ງກ່າວປະມານ 200.000 ຄົນ.

leftcenterrightdel
ນະຄອນຫ໋າຍເຢືອງ. ພາບ: haiduong.gov.

ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດ WB ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: “4 ຕົວເມືອງ ໄດ້ຄັດເລືອກລ້ວນແຕ່ໄດ້ ແລະພວມສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອກາຍເປັນຈຸດສຸມກໍາລັງໜູນດ້ານເສດຖະກິດລະດັບແຂວງກໍ່ຄືຢູ່ລະດັບເຂດ. ໂຄງການຈະປະກອບສ່ວນແກ້ໄຂການຂາດເຂີນພື້ນຖານໂຄງລ່າງໃນເບື້ອງຕົ້ນຜ່ານການໜູນຊ່ວຍການເງິນທີ່ຈໍາເປັນ ເພື່ອລົງທຶນກໍ່ສ້າງບັນດາກິດຈະກໍາທີ່ມີຄຸນນະພາບໂດຍອີງໃສ່ບົດຮຽນຕ່າງໆ ແລະພຶດຕິກໍາຕົວຈິງທີ່ດີຈາກບັນດາການເຄື່ອນໄຫວຄ້າຍຄືກັນຂອງ WB ຢູ່ບັນດາຕົວເມືອງອື່ນໃນໂລກ”.

ໂດຍ:​ເກື່ອງດັ້ງ