ນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມກອງທຶນເລີ່ມທຸລະກິດປະດິດຄິດສ້າງຢູ່ຫວຽດນາມ 2019 (Vietnam Venture Summit 2019) ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ; ການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ພິເສດ, ກອງປະຊຸມມີການເຂົ້າຮ່ວມຂອງກວ່າ 100 ກອງທຶນພາຍໃນ ແລະຕ່າງປະເທດ, ພ້ອມກັບຜູ້ຕາງໜ້າປະຊາຄົມ Start-up, ບັນດາອົງການຈັດຕັ້ງໃນລະບົບເລີ່ມທຸລະກິດປະດິດຄິດສ້າງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ, ເພື່ອປະຕິບັດເປົ້າໝາຍປ່ຽນແປງໃໝ່ຮູບແບບເຕີບໂຕອີງຕາມການປ່ຽນແປງໃໝ່ປະດິດຄິດສ້າງ, ລັດຖະບານຫວຽດນາມ ກໍາລັງມານະພະຍາຍາມສ້າງ ແລະປະຕິບັດຫຼາຍນະໂຍບາຍ, ໃນນັ້ນສຸມໃສ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ພື້ນຖານເສດຖະກິດປ່ຽນແປງໃໝ່ປະດິດຄິດສ້າງ; ໜູນຊ່ວຍການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງໃນວິສາຫະກິດ ແລະດຶງດູດແຫຼ່ງທຶນໃຫ້ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ. Vietnam Venture Summit ແມ່ນໜຶ່ງບັນດາການເຄື່ອນໄຫວທໍາອິດເພື່ອແນໃສ່ດຶງດູດແຫຼ່ງທຶນ.

ເພື່ອສ້າງສະພາບແວດລ້ອມດີທີ່ສຸດໃຫ້ບັນດານັກລົງທຶນເຄື່ອນໄຫວຢູ່ຫວຽດນາມ, ທ່ານ ຫງວຽນຈີຢູ້ງ ໃຫ້ຄໍາໝັ້ນສັນຍາວ່າກະຊວງແຜນການ ແລະການລົງທຶນ ຈະເຈລະຈາ ແລະປຶກສາຫາລືກັບປະຊາຄົມບັນດານັກລົງທຶນເປັນປະຈໍາ; ສົມທົບກັບບັນ ດາກະຊວງ, ອົງການທີ່ກ່ຽວຂ້ອງຕ່າງໆຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍສ້າງບັນດາມາດຕະການທີ່ເໝາະສົມ, ແກ້ໄຂບັນດາຄວາມຫຍຸ້ງຍາກເພື່ອດຶງດູດ ແລະເພີ່ມທະວີແຫຼ່ງທຶນເຂົ້າໃນລະບົບປ່ຽນແປງໃໝ່ປະດິດຄິດສ້າງຂອງຫວຽດນາມຢ່າງບໍ່ຢຸດຢັ້ງ; ພ້ອມທັງໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍວົງການເລີ່ມທຸລະກິດເພື່ອໃຫ້ບັນດາ Start-up ມີຫຼາຍກາລະໂອກາດສຳຜັດກັບບັນດາແຫຼ່ງທຶນອຸປະຖໍາ.

ໂດຍ: ຈາງຫງວຽນ