ສະຫຼຸບການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຕີລາຄາຜົນການພັດທະນາເສດຖະກິດ-ສັງຄົມ 5 ເດືອນຕົ້ນປີຂອງແຂວງເທື່ອທຽນເຫວ້ ແມ່ນຮອບດ້ານພໍສົມຄວນໃນບັນດາຂົງເຂດ, ໂດຍສະເພາະແມ່ນລາຍຮັບງົບປະມານ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ເທື່ອທຽນເຫວ້ ແມ່ນທ້ອງຖິ່ນທີ່ມີລະດັບຜິດດ່ຽງລະຫວ່າງຜູ້ຮັ່ງມີ ແລະຜູ້ທຸກຍາກຕໍ່າສຸດຢູ່ເຂດທິດເໜືອພາກກາງ. ນອກນັ້ນ, ແຂວງກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານໜູນຊ່ວຍພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ບັນດາເມືືອງ, ຕາແສງທຸກຍາກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າ ເທື່ອທຽນເຫວ້ ຄວນສືບຕໍ່ຍົກສູງຄຸນນະພາບວຽກງານຄຸ້ມຄອງ, ບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງຜູ້ນໍາໜ້າ, ປະຕິບັດວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາການສຶກສາ, ກໍ່ສ້າງ ຮັບໃຊ້ໃຫ້ການພັດທະນາເສດຖະກິດ ແລະການທ່ອງທ່ຽວ, ໂດຍສະເພາະແມ່ນກໍ່ສ້າງພາສາອັງກິດໃຫ້ແກ່ປະຊາຄົມ; ຮັກສາ ແລະກໍ່ສ້າງຮູບພາບຊາວເຫວ້ທີ່ສະໜິດສະໜົມ, ຮັກແຂກແພງຄົນ. ແຂວງ ກໍ່ຄວນນໍາໜ້າໃນການປະຕິບັດບັ້ນຂົນຂວາຍຕ້ານ ແລະສະກັດກັ້ນຂີ້ເຫຍື້ອປະລາສຕິກ, ປະຄວາມຊິນເຄີຍນໍາໃຊ້ຖົງຢາງ; ຍົກສູງປະສິດທິຜົນວຽກງານສົ່ງເສີມ, ປົກປັກຮັກສາສຸຂະພາບໃຫ້ແກ່ປະຊາຊົນໃນບໍລິເວນ...

ໂດຍ: ໄຊຊະນະ