leftcenterrightdel
SK Group ແມ່ນໜຶ່ງໃນບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ທີ່ເຄື່ອນໄຫວໃນບັນດາຂົງເຂດພະລັງງານ, ໂທລະຄົມມະນາຄົມ, ເຄື່ອງອາໄຫຼ່ເຕັກໂນໂລຢີສູງ, logistics ແລະການບໍລິການ. ພາບ: pulsenews.co.kr

ທ່ານ Chey Tae-won ປະທານ SK Group ບັນລຸໄດ້ຂໍ້ຕົກລົງນີ້ໃນການມາຢ້ຽມຢາມຫວຽດນາມ ເປັນເວລາ 3 ມື້ໃນອາທິດແລ້ວນີ້ ແລະທ່ານ Chey Tae-won ໄດ້ຮັບການຕ້ອນຮັບໂດຍທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ.

NIC ຄາດຄະເນວ່າຈະກໍ່ສ້າງຢູ່ເຂດອຸດສາຫະກໍາຢູ່ຮ່າໂນ້ຍ, ຈະຕ້ອນຮັບໄດ້ປະມານ 40 ບໍລິສັດເຕັກໂນໂລຢີຂະໜາດໃຫຍ່ ແລະ 150 ບໍລິສັດເລີ່ມທຸລະກິດ. ຕາມແຜນການ, ໂຄງການກໍ່ສ້າງຈະສໍາເລັດໃນປີ 2020.

ໂດຍ: ຈາງຫງວຽນ