leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”. ພາບ: ຮ່າເຝືອງ.

ງານວາງສະແດງ ໂດຍຄະນະໂຄສະນາສຶກສາສູນກາງ ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ຫໍພິພິທະພັນໂຮ່ຈີມິນ ຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 129 ປີ ແລະປະເມີນຜົນ 3 ປີແຫ່ງການປະຕິບັດຄໍາສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບ “ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານໂຮ່ຈີມິນ”. ງານວາງສະແດງໄດ້ແນະນໍາພາບ ແລະເອກະສານເກືອບ 300 ຢ່າງ, ເພື່ອແນໃສ່ແນະນໍາໃຫ້ມະຫາຊົນບັນດາແບບຢ່າງໝູ່ຄະນະ, ບຸກຄົນທີ່ພົ້ນເດັ່ນໃນການຮ່ໍາຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານໂຮ່ຈີມິນ, ເຊິ່ງບັນດາຄະນະພັກແຂວງ, ຄະນະພັກນະຄອນ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກະຊວງຕໍາຫຼວດ ໄດ້ແນະນໍາ, ເຊີດຊູ. ງານວາງສະແດງຖືກຈັດເປັນສອງສ່ວນ, ດ້ວຍຫົວຂໍ້: “ຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດ, ແບບແຜນການດໍາລົງຊີວິດປະທານໂຮ່ຈີມິນ ແມ່ນວຽກງານເປັນປະຈຳຂອງທົ່ວພັກ, ທົ່ວປວງຊົນ”; “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”.

ງານວາງສະແດງ ຈະອັດລົງໃນວັນທີ 20 ກໍລະກົດ, ຫຼັງຈາກນັ້ນຈະສືບຕໍ່ວາງສະແດງທີ່ບາງຫົວໜ່ວຍສັງກັດລະບົບຫໍພິພິທະພັນ, ອະນຸສອນສະຖານປະທານໂຮ່ຈີມິນ ໃນທົ່ວປະເທດ.

ໂດຍ: ເກື່ອງດັ້ງ