ບັນດາຄວາມມານະພະຍາຍາມຂອງນະຄອນໂຮ່ຈີມິນ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກຂອງວິສາຫະກິດໄດ້ສ້າງຄວາມເຊື່ອໝັ້ນຕໍ່ວິວັດການຮ່ວມມືພ້ອມກັບພັດທະນາຂອງສອງຝ່າຍ. ທ່ານ Okada Hideyuki ຫວັງວ່າຈະຮ່ວມມືກັບນະຄອນໂຮ່ຈີມິນ ສ້າງຕັ້ງຄະນະເຊື່ອມຕໍ່ວິສາຫະກິດຕື່ມອີກ ເພື່ອໜູນຊ່ວຍບັນດາວິສາຫະກິດຍີ່ປຸ່ນ ເອົາໃຈໃສ່ເຖິງຕະຫຼາດນະຄອນໂຮ່ຈີມິນ, ເຊື່ອມຕໍ່ແລກປ່ຽນການຄ້າ, ຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ສະຫະພັນວິສາຫະກິດຍີ່ປຸ່ນ ຢູ່ນະຄອນໂຮ່ຈີມິນ ເຮັດວຽກກັບການນໍານະຄອນ. ພາບ: qdnd.vn.

ທ່ານ ຫງວຽນແທ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຮັບຮູ້ການປະກອບສ່ວນຂອງບັນດາວິສາຫະກິດຍີ່ປຸ່ນ ສໍາລັບວິວັດການພັດທະນາຂອງນະຄອນ ແລະສະເໜີທ່ານປະທານ JBAH ເຕົ້າໂຮມບັນດາບັນຫາຕິດຂັດເຊິ່ງບັນດາວິສາຫະກິດຍີ່ປຸ່ນ ປະສົບໃນວິວັດການລົງທຶນ, ດໍາເນີນທຸລະກິດ ເພື່ອໃຫ້ນະຄອນໂຮ່ຈີມິນ ຄົ້ນຄວ້າແກ້ໄຂ. ທ່ານ ຫງວຽນແທ່ງຟອງ ກໍ່ຫວັງວ່າ JBAH ເຊື່ອມຕໍ່, ແນະນໍາໃຫ້ບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ ແລະອິດທິພົນຊື່ສຽງເຂົ້າຮ່ວມການລົງທຶນ, ດໍາເນີນທຸລະກິດໃນບັນດາຂົງເຂດທີ່ນະຄອນໂຮ່ຈີມິນ ເອົາໃຈໃສ່, ຄື: ການປຸງແຕ່ງ, ການຜະລິດບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງ…

ໂດຍ: ຈາງຫງວຽນ