ງານບຸນ Vesak ສະຫະປະຊາຊາດ ມີການເຂົ້າຮ່ວມຂອງຜູ້ແທນມາຈາກ 112 ປະເທດ, ເຂດແຄວ້ນ ແລະການເຂົ້າຮ່ວມຂອງປະມຸກລັດບັນດາປະເທດທີ່ມາຈາກບ້ານເກີດເມືອງນອນຂອງພະພຸດທະເຈົ້າ, ບັນດາປະເທດຖືສາສະໜາພຸດ, ການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມງານບຸນ Vesak ສະຫະປະຊາຊາດ  2019 ໄດ້ແບ່ງປັນມາດຕະການຮ່ວມກັນເພື່ອປະຕິບັດສໍາເລັດເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດເພື່ອໂລກສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນ.

leftcenterrightdel
 
leftcenterrightdel
ບັນຍາກາດກ່ອນຈະອັດງານບຸນ Vesak ສະຫະປະຊາຊາດ  2019. ພາບ: ຈ້ອງຫາຍ.

ງານບຸນ Vesak ສະຫະປະຊາຊາດ  2019 ໄດ້ແລກປ່ຽນບັນຫາຕ່າງໆ, ໃນນັ້ນມີວິທີສໍາຜັດຂອງສາສະໜາພຸດກ່ຽວກັບການນໍາພາທົ່ວໂລກ ແລະຄວາມຮັບຜິດຊອບແບ່ງປັນຮ່ວມກັນເພື່ອສັງຄົມແບບຍືນຍົງ, ການນໍາພາເພື່ອໃຫ້ມີສັນຕິພາບແບບຍືນຍົງ. ພິເສດ, ບັນດາບັນຫາສາສະໜາພຸດໃນຊີວິດປະຈໍາວັນ, ຄື: ວິທີສໍາຜັດຂອງສາສະໜາພຸດກ່ຽວກັບຄອບຄົວໃຫ້ມີຄວາມປອງດອງກັນ, ການສົ່ງເສີມສຸຂະພາບ ແລະສັງຄົມແບບຍືນຍົງ; ວິທີສໍາຜັດຂອງສາສະໜາພຸດກ່ຽວກັບການສຶກສາຄຸນສົມບັດໃນທົ່ວໂລກ, ການປະຕິວັດອຸດສາຫະກໍາ 4.0 ແລະສາສະໜາພຸດ; ວິທີສໍາຜັດຂອງສາສະໜາພຸດກ່ຽວກັບການໃຊ້ຈ່າຍທີ່ມີຄວາມຮັບຜິດຊອບ ແລະການພັດທະນາແບບຍືນຍົງ.

leftcenterrightdel
 
leftcenterrightdel
ບັນຍາກາດໃຕ້ນໍ້າຢູ່ເຂດວັດຕາມຈຸກ. ພາບ: ຈ້ອງຫາຍ.

ດ້ວຍຫົວຂໍ້ “ວິທີສໍາຜັດຂອງສາສະໜາພຸດກ່ຽວກັບການນໍາພາທົ່ວໂລກ ແລະຄວາມຮັບຜິດຊອບແບ່ງປັນຮ່ວມກັນເພື່ອສັງຄົມແບບຍືນຍົງ” ໄດ້ສະແດງໃຫ້ເຫັນຂອບຂະໜາດ, ຄວາມໝາຍອັນໃຫຍ່ຫຼວງຂອງງານບຸນ Vesak ສະເຫຼີມສະຫຼອງວັນພະພຸດທະເຈົ້າ ປະສູດ, ຕັດສະຮູ້ ແລະປະລິນິບພານ; ພ້ອມທັງຢັ້ງຢືນຄຸນຄ່າຫຼັກແຫຼ່ງແກ່ນສານກ່ຽວກັບສັນຕິພາບ ແລະພູມປັນຍາໃນຫຼັກທໍາຄໍາສັ່ງສອນຂອງພະພຸດທະເຈົ້າ, ບັນດາຄຸນຄ່ານີ້ຄວນໄດ້ຮັບການເຜີຍແຜ່ໃນສັງຄົມປັດຈຸບັນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ, ສ້າງສັນຕິພາບໃຫ້ແກ່ມວນມະນຸດ.

ໂດຍ: ໄຊຊະນະ