leftcenterrightdel
ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: dangcongsan.vn.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ຫຼາຍແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການພັດທະນາຖັນແຖວປັນຍາຊົນໄດ້ເຂົ້າສູ່ການດໍາລົງຊີວິດຕົວຈິງ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນດຶງດູດບັນດາຖັນແຖວປັນຍາຊົນ, ໃນນັ້ນມີຖັນແຖວປັນຍາຊົນແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພັກ ແລະລັດ ຍາມໃດກໍ່ຖືວິທະຍາສາດ ແລະເຕັກໂນໂລຢີ ແມ່ນລັດຖະໂຍບາຍແຖວໜ້າ, ຍາມໃດກໍ່ເອົາໃຈໃສ່ລົງທຶນ ແລະຕັ້ງຄວາມຫວັງໄວ້ນຳຖັນແຖວປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມທີ່ພິທີ. ພາບ: ລາຢຸຍ.

ກ່າວຄໍາເຫັນສະຫຼຸບທີ່ການພົບປະສັງສັນ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຕີລາຄາວ່າ ຍັງມີຫຼາຍບ່ອນ, ບາງເທື່ອໃນການຊີ້ນໍາປະຕິບັດຂອງບັນດາຄະນະພັກ, ອຳນາດການປົກຄອງຍັງບໍ່ທັນຖືວິທະຍາສາດ ແລະເຕັກໂນໂລຢີ ແມ່ນລັດຖະໂຍບາຍແຖວໜ້າຢ່າງແທ້ຈິງເທື່ອ, ທ່ານສະເໜີວ່າ ໃນການເຄື່ອນໄຫວຊີ້ນໍາ,  ບໍລິຫານກ່ຽວກັບວິທະຍາສາດ ແລະເຕັກໂນໂລຢີຕ້ອງແທ້ຈິງ “ເວົ້າໄປຄຽງຄູ່ກັບການກະທຳ”, ປະຕິບັດວິໄນ ເພື່ອໃຫ້ວິທະຍາສາດ ແລະເຕັກໂນໂລຢີ ຖືກຕ້ອງແມ່ນ “ລັດຖະໂຍບາຍແຖວໜ້າ”. ກົນໄກ, ນະໂຍບາຍດ້ານວິທະຍາສາດ ແລະເຕັກໂນໂລຢີ ຕ້ອງເສີມຂະຫຍາຍກໍາລັງແຮງທັງລະບົບ, ປຸກລຸກ ແລະແບ່ງປັນຫົວຄິດປະດິດສ້າງຂອງທຸກສ່ວນບຸກຄົນ, ພິເສດແມ່ນບັນດາປັນຍາຊົນ, ນັກວິທະຍາສາດ.

ໂດຍ: ຄໍາແພງ