leftcenterrightdel
ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ ມອບລາງວັນໃຫ້ແກ່ບັນດານັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A. ພາບ: laodong.vn.

ທີ່ພິທີ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມອບລາງວັນໃຫ້ແກ່ບັນດານັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A ຂອງການແຂ່ງຂັນ “ສື່ມວນຊົນຂຽນກ່ຽວກັບຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳຄືນໃໝ່ ປີ 2018”. ນັກຂ່າວ ດິ່ງຈູງ, ສັງກັດວິທະຍຸກະຈາຍສຽງຫວຽດນາມ, ຜູ້ທີ່ຍາດໄດ້ລາງວັນ A ດ້ວຍບົດປະພັນ “ໂຄງການໜຶ່ງຕາແສງມີໜຶ່ງຜະລິດຕະພັນ OCOP - ສາຍລົມໃໝ່ໃນການກໍ່ສ້າງຊົນນະບົດໃໝ່” ແບ່ງປັນວ່າ: “ຜະລິດຕະພັນຕ້ອງມີຄຸນນະພາບ, ຢາກໄດ້ແນວນັ້ນຕ້ອງທຳການຜະລິດເປັນກຸ່ມ. ຜ່ານການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນອາດຈະເຫັນວ່າບັນດາຜະລິດຕະພັນທີ່ໄດ້ຜະລິດອອກມາມີຄຸນນະພາບສູງແຕ່ຍາມໃດກໍ່ມີຈຸດອ່ອນໜຶ່ງນັ້ນແມ່ນຍາກໃນການສົ່ງອອກຈຳໜ່າຍ. ໃນຕົວຈິງເມື່ອຜັນຂະຫຍາຍໂຄງການ OCOP ກໍ່ໄດ້ແກ້ໄຂບັນຫານີ້ໂດຍຜ່ານບັນດາງານວາງສະແດງ, ງານຕະຫຼາດນັດ ເຊິ່ງບໍ່ພຽງແຕ່ໂຄສະນາຜະລິດຕະພັນເທົ່ານັ້ນ ຫາກຍັງແມ່ນການຈຳໜ່າຍຜະລິດຕະພັນກະເສດຢ່າງສະດວກອີກດ້ວຍ”.

ແຫຼ່ງຄັດຈາກ: vovworld.vn