ກອງປະຊຸມສໍາມະນາເພື່ອແນໃສ່ຢັ້ງຢືນບົດບາດນໍາພາຂອງພັກ ແລະປະທານໂຮ່ຈີມິນ ໃນວິວັດການຊີ້ນໍາ, ນໍາພາບັ້ນຮົບດ້ຽນບຽນຝູ; ກໍາລັງແຮງຂອງທ່າສະໜາມຮົບສົງຄາມປະຊາຊົນຫວຽດນາມ; ຈິດໃຈ, ເຈດຈໍານົງທີ່ອົງອາດກ້າແກ່ນ, ພິລະອາດຫານ, ສະຫຼາດສະຫຼຽວ, ມີຫົວຄິດປະດິດສ້າງຂອງກອງທັບປະຊາຊົນຫວຽດນາມ. ເຮັດແຈ້ງສາຍເຫດ, ຄວາມໝາຍ, ຂອບຂະໜາດຂອງໄຊຊະນະ, ບົດຮຽນກ່ຽວກັບການຊີ້ນໍາ, ນໍາພາຍຸດທະສາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຫງວຽນເຢືອງ.

ເນື້ອໃນຂອງກອງປະຊຸມສໍາມະນາແມ່ນສຸມໃສ່ຄົ້ນຄວ້າ, ຕີລາຄາ, ໄຈ້ແຍກສະພາບການສາກົນ, ພາກພື້ນ ແລະພາຍໃນປະເທດ; ກົນອຸບາຍ, ເລ່ລ່ຽມຂອງພວກລ່າເມືອງຂຶ້ນຝະລັ່ງ ຕໍ່ການປະຕິວັດຫວຽດນາມ ໃນຊຸມປີ 1953-1954. ຢັ້ງຢືນການຊີ້ນໍາ, ນໍາພາຢ່າງແຫຼມຄົມ, ສະຫຼາດສ່ອງໃສຂອງສູນກາງພັກ, ປະທານໂຮ່ຈີມິນ, ຄະນະພັກການທະຫານສູນກາງ ແລະກອງບັນຊາການກອງທັບປະຊາຊົນຫວຽດນາມ ໃນບັ້ນຮົບລະດູໜາວ-ລະດູບານໃໝ່ ປີ 1953-1954 ເຊິ່ງຈຸດສູງແມ່ນໄຊຊະນະໃນບັ້ນຮົບດ້ຽນບຽນຝູ ປີ 1954.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຫງວຽນເຢືອງ.

ກອງປະຊຸມສໍາມະນາໄດ້ຄົ້ນຄວ້າ, ວາດພາບສະພາບການຜັນແປຂອງບັ້ນຮົບລະດູໜາວ-ລະດູບານໃໝ່ ປີ 1953-1954 ແລະບັ້ນຮົບດ້ຽນບຽນຝູ  ປີ 1954. ພ້ອມທັງ, ເຮັດແຈ້ງບົດບາດ, ການປະກອບສ່ວນຂອງກອງທັບ ແລະປະຊາຊົນຢູ່ບັນດາສະໜາມຮົບທີ່ສົມທົບກັນ, ໂດຍກົງແມ່ນກໍາລັງປະກອບອາວຸດ ແລະປະຊາຊົນແຂວງດ້ຽນບຽນ. ກອງປະຊຸມສໍາມະນາກໍ່ໄຈ້ແຍກ, ຕີລາຄາຂອບຂະໜາດ, ບົດບາດ, ຜົນສະທ້ອນ ແລະຄວາມໝາຍຂອງໄຊຊະນະດ້ຽນບຽນຝູ   ຕໍ່ການປະຕິວັດຫວຽດນາມ ແລະປະຊາຊົນບັນດາປະເທດທີ່ເປັນຫົວເມືອງຂຶ້ນໃນໂລກ, ຖອດຖອນບົດຮຽນປະຫວັດສາດທີ່ມີຄຸນຄ່າທັງດ້ານທິດສະດີ ແລະພຶດຕິກໍາຕົວຈິງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນໄລຍະປະຈຸບັນ.

ໂດຍ: ບົວພອນ