ຄົນເຈັບທີ່ໄດ້ສົ່ງໄປປິ່ນປົວນັ້ນເປັນຊາວປະມົງມີຊື່ວ່າ ເຈິ່ນເດ່, ເກີດປີ 1961, ຢູ່ເມືອງຕຸຍຟອງ, ແຂວງບີ່ງຖ້ວນ. ໃນຂະນະທີ່ກໍາລັງເຮັດວຽກຢູ່ກຳປັ່ນຫາປາໝາຍເລກ QNg 96354 TS, ອ້າຍ ເດ່ ມີອາການແໜ້ນທ້ອງ, ເຈັບທ້ອງສະນັ້ນຈຶ່ງໄດ້ສົ່ງໄປປິ່ນປົວຢູ່ສູນສາທາລະນະສຸກເມືອງເກາະເຈື່ອງຊາ (ແຂວງແຄ໊ງຮ່ວາ). ມາຮອດຕອນບ່າຍວັນທີ 21 ເມສາ, ຄົນເຈັບມີອາການຮ້າຍແຮງຂຶ້ນ. ຜ່ານການປຶກສາຫາລືບົ່ງມະຕິພະຍາດ, ບັນດາທ່ານໝໍໄດ້ສະເໜີສົ່ງຄົນເຈັບໄປປິ່ນປົວຢູ່ດິນຕໍ່ແຜ່ນ.

leftcenterrightdel
ຄົນເຈັບ ເຈິ່ນເດ່ ໄດ້ສົ່ງໄປປິ່ນປົວຢູ່ດິນຕໍ່ແຜ່ນຢ່າງທັນການ. ພາບ: qdnd.vn.

ໂດຍໄດ້ຮັບການຕົກລົງເຫັນດີຈາກການນໍາຂອງກະຊວງປ້ອງກັນປະເທດ, ຕອນຄ່ຳວັນທີ 21 ເມສາ, ຈຸບິນ ແລະບັນດາແພດໝໍໂຮງໝໍເສນາຮັກ 175 ພ້ອມກັບເຮລີກອບແຕ ໝາຍເລກ VN – 8618 ໄດ້ບິນຂຶ້ນແຕ່ດິນຕໍ່ແຜ່ນມຸ່ງໜ້າໄປຍັງເກາະເຈື່ອງຊາ. ຂ້ອນແຈ້ງວັນທີ 22 ເມສາ, ຈຸບິນ ແລະບັນດາແພດໝໍໄດ້ນຳສົ່ງຄົນເຈັບເຂົ້າດິນຕໍ່ແຜ່ນໄດ້ຢ່າງປອດໄພ. ພາຍຫຼັງເຮລີກອບແຕລົງຈອດຢູ່ສະໜາມບິນເຕິນເຊີນເຍິດ, ຄົນເຈັບໄດ້ສົ່ງມາໂຮງໝໍເສນາຮັກ 175 ແລະບັນດາແພດໝໍໄດ້ຜ່າຕັດສຸກເສີນຢ່າງທັນການ. ພາຍຫຼັງການຜ່າຕັດ, ຄົນເຈັບໄດ້ຟື້ນຄືນເປັນຢ່າງດີ.

ໂດຍ: ກວຽດເຕິມ