ເຂົ້າຮ່ວມເຫດການ, ມີການນໍາກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ພ້ອມກັບຜູ້ແທນກວ່າ 500 ທ່ານ ເຊິ່ງແມ່ນການນໍາບັນດາອົງການ, ຄະນະ, ຂະແໜງການ, ການນໍາບັນດາວິສາຫະກິດຊອັບແວ, ເຕັກໂນໂລຢີຂໍ້ມູນຂ່າວສານໃນທົ່ວປະເທດ.

leftcenterrightdel
10 ຜະລິດຕະພັນ, ບໍລິການດີເດັ່ນທີ່ສຸດທີ່ໄດ້ຮັບການເຊີດຊູ. ພາບ: ວັນຟອງ.

ໂດຍໄດ້ຮັບການຈັດຕັ້ງເປັນຄັ້ງທໍາອິດໃນປີ 2003 ພາຍໃຕ້ການອຸປະຖໍາຈາກກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ຊາວເຄວ ໄດ້ກາຍເປັນນາມມະຍົດທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ, ເຊິ່ງປະຊາຄົມວິສາຫະກິດ ແລະຕະຫຼາດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ນໍາໃຊ້ ແລະຕີລາຄາສູງ. ປີ 2019, ຜ່ານ 3 ເດືອນປຸກລະດົມ ແລະຜັນຂະຫຍາຍ, ນາມມະຍົດຊາວເຄວ ໄດ້ຮັບ 134 ຂໍ້ສະເໜີຈາກ 96 ວິສາຫະກິດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ປີ 2018.

leftcenterrightdel
ຊາວເຄວ ໄດ້ກາຍເປັນນາມມະຍົດທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ. ພາບ: ວັນຟອງ.

ຜ່ານຮອບຄັດເລືອກ ແລະການບັນລະຍາຍໂດຍກົງ, ຄະນະຈັດຕັ້ງໄດ້ຕົກລົງຮັບຮອງນາມມະຍົດ ຊາວເຄວ ປີ 2019 ໃຫ້ແກ່ 94 ຜະລິດຕະພັນ, ບໍລິການເຕັກໂນໂລຢີຂໍ້ມູນຂ່າວສານດີເດັ່ນ, ພ້ອມທັງເລືອກເຟັ້ນ 10 ຜະລິດຕະພັນ, ບໍລິການດີເດັ່ນທີ່ສຸດໂດຍອີງໃສ່ມາດຖານດັ່ງນີ້: ປະສິດທິຜົນດ້ານເສດຖະກິດ-ສັງຄົມ, ອິດທິພົນຊື່ສຽງດ້ານເຄື່ອງໝາຍການຄ້າ... ເພື່ອມອບນາມມະຍົດ ທອັບ 10 ຊາວເຄວ ປີ 2019.

leftcenterrightdel
ຄະນະຈັດຕັ້ງຖ່າຍຮູບພ້ອມກັບບັນດາວິສາຫະກິດທີ່ມີຜະລິດຕະພັນ, ບໍລິການເຕັກໂນໂລຢີຂໍ້ມູນຂ່າວສານດີເດັ່ນທີ່ສຸດ. ພາບ: ວັນຟອງ.

ພາຍຫຼັງພິທີປະກາດ ແລະມອບນາມມະຍົດ ຊາວເຄວ ປີ 2019, ລາຍການຈະສຸມໃສ່ເຂົ້າໃນວຽກງານສື່ສານ, ໂຄສະນາບັນດາຜະລິດຕະພັນ, ບໍລິການທີ່ໄດ້ຮັບການຮັບຮອງເປັນນາມມະຍົດ ຊາວເຄວ ປີ 2019 ແລະນາມມະຍົດ ທອັບ 10 ຊາວເຄວ ປີ 2019 ໃນບັນດາພາຫະນະສື່ມວນຊົນ.

ໂດຍ: ທະນາພອນ