leftcenterrightdel
ພາບປະກອບ: :tuyengiao.vn

ພິທີອາໄລຫາທະຫານປ້ອງກັນໝູ່ເກາະຮ່ວາງຊາ ແມ່ນພິທີກຳທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເກາະລີເຊີນ ຊຶ່ງໄດ້ຈັດຂຶ້ນປະຈຳປີເພື່ອສະແດງຄວາມຮູ້ບຸນຄຸນຂອງບັນດາທະຫານໃນເມື່ອກ່ອນທີ່ໄດ້ມີຄຸນງາມຄວາມດີໃນການປັກຫລັກໝາຍ, ຢັ້ງຢືນ, ປົກປັກຮັກສາອະທິປະໄຕໝູ່ເກາະຮ່ວາງຊາ ແລະເຈື່ອງຊາ. ທ່ານ ຫງວຽນແທ່ງເຟືອງ, ຫົວຫນ້າຄະນະຈັດຕັ້ງພິທີສະເຫລີມສະຫລອງຂອງສາລາບ້ານ ອານຫວີງ ເມືອງ ລີເຊີນ ໃຫ້ຮູ້ວ່າ:

“ວັນບຸນນີ້ມີຄວາມໝາຍ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ເປັນການສະແດງຄວາມຮູ້ບຸນຄຸນບັນດາບັນພະບຸລຸດທີ່ໄດ້ເສຍສະຫລະຊີວິດເພື່ອປົກປັກຮັກສາໝູ່ເກາະ ຮ່ວາງຊາ, ເຈື່ອງຊາ  ແລະກໍ່ເປັນແບບຢ່າງເພື່ອໃຫ້ຄົນລຸ້ນຫລັງສືບທອດ.”

ແຫຼ່ງຄັດຈາກ: vovworld.vn