ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຫົວຂໍ້ຂອງກອງປະຊຸມທີ່ໄດ້ເລືອກເຟັ້ນແມ່ນ “ເພື່ອພື້ນຖານສື່ມວນຊົນທີ່ເປັນອາຊີບ ແລະມີຫົວຄິດປະດິດສ້າງ” ພ້ອມກັບບັນດາຫົວເລື່ອງສະເພາະໃນຂອບເຂດກອງປະຊຸມ; ຖືວ່ານີ້ແມ່ນບັນດາເນື້ອໃນມີລັກສະນະສະຖານະການສູງໃນສະພາບການຂ່າວສານສາກົນມີການຜັນແປຢ່າງສັບສົນຄືໃນປະຈຸບັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Aslan Aslanov, ປະທານ OANA, ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ Azertac, ອາແຊກໄບຢານ. ພາບ: baochinhphu.vn.

ທ່ານ Aslan Aslanov, ປະທານ OANA, ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ Azertac, ອາແຊກໄບຢານ ໃຫ້ຮູ້ວ່າ,  ໃນຊຸມປີຜ່ານມາ, ອົງການສໍານັກຂ່າວສານ ອາແຊກໄບຢານ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບສໍານັກຂ່າວສານຫວຽດນາມ. ກອງປະຊຸມຄັ້ງນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາເນື້ອໃນນໍາການພົວພັນຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແລະແທດຈິງກວ່າ.

ສະແດງຄວາມເຫັນດີເປັນເອກະພາບຕໍ່ຄໍາເຫັນຂອງທ່ານ Aslan Aslanov, ທ່ານ ຫງວຽນຊວນຟຸກ ຖືວ່າ, ສື່ມວນຊົນ ແລະພິເສດແມ່ນບັນດາສໍານັກຂ່າວສານມີບົດບາດສໍາຄັນ, ປະກອບສ່ວນຊຸກຍູ້ການພັດທະນາຂອງສັງຄົມ, ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາຊົນຊາດ, ສ້າງສັນຕິພາບໃນໂລກ, ພ້ອມທັງເນັ້ນໜັກວ່າ, ໃນໄລຍະສັງກາດດີຈີຕອນ, ສື່ມວນຊົນຄວນຫັນແບບວິທີປະຕິບັດງານ, ຜະລິດຂ່າວສານເປັນທັນສະໄໝ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baochinhphu.vn.

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ໃນຍຸດທະສາດພັດທະນາຂອງຕົນ, ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາອົງການສື່ມວນຊົນ, ບັນດານັກຂ່າວ ແລະສົ່ງເສີມບັນດາອົງການສື່ມວນຊົນເພີ່ມທະວີການນໍາໃຊ້ຜົນງານເຕັກໂນໂລຢີດີຈີຕອນ.

ໂດຍ: ເຈິ່ນຮວ່ຽນ