ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ໄດ້ຮັບຮູ້ໝາກຜົນຂອງການເຮັດວຽກຢ່າງຕັ້ງໜ້າຂອງຄະນະກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ, ພ້ອມທັງຕີລາຄາສູງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງຫວຽດນາມ ແລະ IMF ໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາການເຄື່ອນໄຫວໃຫ້ຄໍາປຶກສາກ່ຽວກັບນະໂຍບາຍທາງທະນາຄານ-ການເງິນ. ທ່ານ  ຫງວຽນວັນບິ່ງ ເນັ້ນໜັກວ່າບັນດາບຸລິມະສິດນະໂຍບາຍ, ເປົ້າໝາຍພັດທະນາເສດຖະກິດໃນໄລຍະຈະມາເຖິງຂອງຫວຽດນາມ ກ່ຽວກັບການສືບຕໍ່ສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ. ທ່ານ ຫງວຽນວັນບິ່ງ ຫວັງວ່າ IMF ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ, ເພີ່ມທະວີການເຄື່ອນໄຫວໜູນຊ່ວຍ, ກໍ່ສ້າງ, ໃຫ້ຄໍາປຶກສາດ້ານນະໂຍບາຍໃຫ້ຫວຽດນາມ ກວ່າອີກ.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຕ້ອນຮັບທ່ານ Alex Mourmouras ຫົວໜ້າຄະນະມາດຕາທີ IV, ກົມອາຊີ-ປາຊີຟິກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Alex Mourmouras ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານດ້ານເສດຖະກິດຂອງຫວຽດນາມ ໃນປີ 2018 ແລະຕົ້ນປີ 2019, ສະແດງອອກຜ່ານຜົນງານດ້ານເສດຖະກິດເຕີບໂຕຢ່າງມີສະຖຽນລະພາບໃນຫຼາຍຂົງເຂດ, ຖານະບົດບາດໃນການພົວພັນຕ່າງປະເທດຂອງຫວຽດນາມ ຍັງຄົງເຂັ້ມແຂງໃນສະພາບແວດລ້ອມສາກົນຍັງຂາດສະຖຽນລະພາບ. ທ່ານ Alex Mourmouras ຕີລາຄາສູງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຫວຽດນາມ ໃນການສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປ່ຽນໃໝ່ຮູບແບບການເຕີບໂຕ, ເປັນຕົ້ນແມ່ນບັນດາບຸລິມະສິດ ແລະເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ໃນໄລຍະຈະມາເຖິງ; ພ້ອມທັງຢັ້ງຢືນວ່າ IMF ຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດການພັດທະນາ.

ໂດຍ: ຈາງຫງວຽນ