ກ່າວຄຳເຫັນທີ່ນີ້, ທ່ານ ເລມີງຈີ໊ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ, ຫວັງວ່າ ອົງການໄອຍະການ ສ.ເກົາຫຼີ ຈະແບ່ງປັນກັບຫວຽດນາມ ບັນດາບົດຮຽນໃນການຕໍ່ສູ້ປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການເກັບກູ້ຄືນຊັບສິນຈາກການສໍ້ລາດບັງຫຼວງ ແລະການຕ້ານອາດຊະຍາກຳເຕັກໂນໂລຢີສູງ. ກ່ຽວກັບການເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ທ່ານ ເລມີງຈີ໊ ໄດ້ສະເໜີໃຫ້ຝ່າຍ ສ.ເກົາຫຼີ ແຕ່ງຕັ້ງນັກຊ່ຽວຊານຈຳນວນໜຶ່ງມາຊ່ວຍເຫຼືອ ຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ.

leftcenterrightdel
ການເຮັດວຽກລະຫວ່າງ ອົງການໄອຍະການສອງປະເທດ. (ພາບ: TTXVN)

ທ່ານ Moon Moo-il  ຫົວໜ້າອົງການໄອຍະການ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນ, ຊ່ວຍເຫຼືອ ຫວຽດນາມ ໃນການສ້າງ ແລະເຄື່ອນໄຫວສູນສືບສວນວິທະຍາສາດ - ດີຈີຕອນຄືຮູບແບບຂອງ ສ.ເກົາຫຼີ. ທ່ານ Moon Moo-il   ສະເໜີໃຫ້ ຫວຽດນາມ ເຂົ້າຮ່ວມອົງການເກັບກູ້ຄືນຊັບສິນຈາກການສໍ້ລາດບັງຫຼວງອາຊີ - ປາຊີຟິກ; ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນຂອງຫວຽດນາມ ແລະບັນດາອົງການໄອຍະການຂັ້ນທ້ອງຖິ່ນຂອງ ສ.ເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn