ບຸນປີໃໝ່ລາວ, ຂ້າພະເຈົ້າໄດ້ມີໂອກາດໄປນໍາລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຫງວຽນຮ່ົງຢຽນ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ປະເທດເພື່ອນມິດລາວ. 8 ເດືອນຕໍ່ມາ, ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ຂ້າພະເຈົ້າຈຶ່ງມີໂອກາດໄດ້ພົບປະກັບພວກອ້າຍນ້ອງຂະແໜງອຸດສາຫະກໍາ ແລະການຄ້າສອງປະເທດຢູ່ເຂດດິນແດນບໍ່ແຮ່ກວາງນິງ.
ຈາກບັນດາຄໍາເວົ້າຂອງລຸ້ນພໍ່ລຸ້ນອ້າຍໃນປະຫວັດສາດຈົນເຖິງຄໍາຊີ້ນໍາຂອງນາຍົກລັດຖະມົນຕີສອງສະຫາຍ
ໃນເວລາ 8 ເດືອນ ກ່ອນນີ້, ໃນບົດຂຽນຂອງຕົນ, ຂ້າພະເຈົ້າໄດ້ປຽບທຽບການໄປປະຕິບັດງານ ຂອງສະຫາຍລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຫງວຽນຮົ່ງຢຽນ ເໝືອນດັ່ງເປັນການ “ເປີດທາງ” ໃຫ້ແກ່ດ້ານການຄ້າ ແລະອຸດສາຫະກໍາສອງປະເທດພັດທະນາຕື່ມອີກໃນທ່າມກາງບຸນປີໃໝ່ລາວ-ລະດູດອກຈໍາປາ ບານ.
ສະນັ້ນ, ມີພຽງແຕ່ 8 ເດືອນຕໍ່ມາ, ພວກຂ້າພະເຈົ້າຈຶ່ງໄດ້ເຫັນກັບຕາຕໍ່ການເປີດທາງນັ້ນໄດ້ນຳມາເຊິ່ງໝາກຜົນຫຼາຍຢ່າງເມື່ອເຂົ້າຮ່ວມເຫດການໂດຍກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ-ພະລັງງານ ແລະບ່ໍແຮ່ຫວຽດນາມ-ລາວ ປີ 2022 ແລະເຊີນຄະນະຜູ້ແທນກະຊວງອຸດສາຫະກໍາ ແລະການຄ້າລາວ ກັບກະຊວງພະລັງງານ ແລະບໍ່ແຮ່ລາວ ມາເຂົ້າຮ່ວມຢູ່ຫວຽດນາມ ດ້ວຍຜູ້ແທນ 117 ຄົນ.
ກອງປະຊຸມປີນີ້ມີຄວາມໝາຍພິເສດ ເພາະວ່າແມ່ນກອງປະຊຸມຄັ້ງທໍາອິດທີ່ໄດ້ຈັດຕັ້ງຄືນໃໝ່ພາຍຫຼັງຖືກຕັດຕອນຍ້ອນພະຍາດໂຄວິດ-19, ພ້ອມທັງແມ່ນ ການເຄື່ອນໄຫວທີ່ມີຄວາມໝາຍຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (1962-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (1977-2022).
ນີ້ແມ່ນການພົບປະລະຫວ່າງຜູ້ຕາງໜ້າຂະແໜງອຸດສາຫະກໍາ ແລະການຄ້າສອງ ປະເທດ ພັດວ່າໄດ້ຈັດຕັ້ງຢູູ່ແຂວງກວາງນິງ ເຂດດິນແດນບໍ່ແຮ່, ເໝືອນເປັນການເຕືອນຄວາມຊົງຈຳກ່ຽວກັບໄລຍະທາງປະຫວັດສາດທີ່ຄ້າຍຄືກັນຂອງສອງປະເທດ.
    |
 |
ສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຮ່ວມມື, ພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ, ພະລັງງານ ແລະບໍ່ແຮ່ຫວຽດນາມ-ລາວ 2022. ພາບ: congthuong.vn |
ໃນການພົບປະ, ການນໍາສາມກະຊວງລ້ວນແຕ່ເວົ້າເຖິງຄວາມຊົງຈໍາ, ບັນດາຄໍາຊີ້ນໍາທີ່ເປັນປະຫວັດສາດ. ໃນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962/5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977/18-7-2022), ການນໍາສອງປະເທດຫວຽດນາມ-ລາວ ໄດ້ຢ້ຳຄືນສານກ່ຽວກັບການພົວພັນແບບພິເສດຫວຽດນາມ-ລາວ ທີ່ການນໍາຜູ້ຍິ່ງໃຫຍ່ ນັ້ນແມ່ນປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ; ໄດ້ເພີ່ມພູນຄູນສ້າງ, ຮັກສາ, ດ້ວຍຢາດເຫື່ອ, ກຳລັງແຮງ ແລະເລືອດເນື້ອຂອງທະຫານ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ; ກາຍເປັນຊັບສົມບັດອັນລໍ້າຄ່າ, ສາຍພົວພັນ “ມີໜຶ່ງບໍ່ມີສອງ” ໃນປະຫວັດສາດໂລກ.
ແລະມາຮອດທຸກວັນນີ້, ເພື່ອເສີມຂະຫຍາຍການພົວພັນອັນດີງາມນັ້ນໃຫ້ຂຶ້ນສູ່ລະດັບສູງໃໝ່, ມີຫຼາຍວຽກຕ້ອງໄດ້ເຮັດ, ໃນນັ້ນແມ່ນດ້ານເສດຖະກິດຕ້ອງນໍາໜ້າໄປກ່ອນ. ເດືອນ ເມສາ 2022, ເມື່ອໄປຕ້ອນຮັບສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ນໍາສະຫາຍລັດຖະມົນຕີ ຫງວຽນຮ່ົງຢຽນ, ສະຫາຍ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າ ແລະອຸດສາຫະກໍາລະຫວ່າງສອງປະເທດ.
ສະຫາຍປາດຖະໜາຢາກໃຫ້ຂະແໜງອຸດສາຫະກໍາ ແລະການຄ້າສອງປະເທດຕ້ອງມີການປຶກສາຫາລືນໍາກັນຢ່າງລະອຽດ, ມີ “ບັນຊີລາຍຊື່” ບັນດາສິນຄ້າທີ່ສອງຝ່າຍຕ້ອງການເພື່ອຊຸກຍູ້ກະແສ່ສິນຄ້າ ແລະວົງເງິນການຄ້າສອງສົ້ນຈະເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຍິ່ງໄປກວ່ານັ້ນແມ່ນໃຫ້ທົບ 10 ເທົ່ອຄືໃນປະຈຸບັນ. ກ່ຽວກັບບັນຫາພະລັງງານສອງຝ່າຍກໍ່ຕ້ອງຮ່ວມມືໃຫ້ມີປະສິດທິຜົນ.
ພາຍຫຼັງ 8 ເດືອນ, ປະຈຸບັນ, ໃນການພົບປະທີ່ອົບອຸ່ນລະຫວ່າງສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ກັບສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະບໍ່ແຮ່ລາວ, ລັດຖະມົນຕີສາມສະຫາຍອາດຈະລາຍງານຕໍ່ການນໍາສອງປະເທດກ່ຽວກັບບັນດາໝາກຜົນທີ່ເປັນໜ້າສົ່ງເສີມ. ໃນວັນທີ່ຄະນະຜູ້ແທນເຂົ້າຢ້ຽມຂໍ່ານັບສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີໄດ້ຮັບຮູ້ບັນດາຕົວເລກ, ຄື: ເປົ້າໝາຍສູ້ຊົນຍົກວົງເງິນການຄ້າໃຫ້ເພີ່ມຂຶ້ນແຕ່ 10-15%ຕໍ່ປີໄດ້ຮັບການຮັກສາມາແຕ່ປີ 2012 ຈົນມາຮອດປະຈຸບັນ, ຮັກສາລະດັບວົງເງິນການຄ້າສູງກວ່າ 1 ຕື້ໂດລາສະຫະລັດ ມາແຕ່ປີ 2016. ປີ 2022, ວົງເງິນການຄ້າສອງຝ່າຍຫວຽດນາມ-ລາວ ຄາດວ່າຈະບັນລຸ 1,66 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,3% ເມື່ອທຽບໃສ່ປີ 2021.
    |
 |
ສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ. ພາບ: congthuong.vn |
ສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ໃຫ້ຮູ້ວ່າ, ຕອນເຊົ້າວັນທີ 24 ທັນວາ, ກ່ອນທີ່ດໍາເນີນກອງປະຊຸມ, ສະຫາຍ ນາຍົກລັດຖະມົນຕີ ໄດ້ໂທຫາສະຫາຍລັດຖະມົນຕີ ຫງວຽນຮ່ົງຢຽນ ເພື່ອຖາມລະອຽດກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານພະລັງງານ ແລະແຮ່ທາດຂອງຫວຽດນາມ ແລະລາວ. ລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ການຮ່ວມມືໃນຂົງເຂດດັ່ງກ່າວຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງຢູ່. ສິ່ງດັ່ງກ່າວນີ້ຍິ່ງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງການນໍາພັກ, ລັດ, ລັດຖະບານຫວຽດນາມ ທີ່ມີຕໍ່ການພົວພັນແບບພິເສດ, ຮອບດ້ານລະຫວ່າງຫວຽດນາມ ແລະລາວ.
ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ຄວາມສາມາດບົ່ມຊ້ອນການຮ່ວມມືນີ້ນໍາສອງປະເທດພັດທະນາ, ສະຫາຍ ລັດຖະມົນຕີ ຫງວຽນຮົ່ງຢຽນ ຍັງມີຄວາມກັງວົນວ່າ: ໃນປີ 2022, ຫວຽດນາມ ສືບຕໍ່ບັນລຸຕົວເລກປະທັບໃຈກ່ຽວກັບວົງເງິນສົ່ງອອກດ້ວຍມູນຄ່າກວ່າ 700 ຕື້ໂດລາສະຫະລັດ. ກັບອ້າຍນ້ອງຄີງ, ເພື່ອນມິດສະຫາຍທີ່ຮັກແພງ, ສັດຊື່ບໍລິສຸດຕົວເລກ 1,66 ຕື້ໂດລາສະຫະລັດໃນປີ 2022 ແມ່ນຍັງໜ້ອຍຢູ່. ຍ້ອນເຫດນັ້ນ, ສະຫາຍລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ປະຈຸບັນແມ່ນເວລາທີ່ພວກເຮົາຕ້ອງພ້ອມກັນຄົ້ນຄວ້າກົນໄກນະໂຍບາຍ ແລະກະທໍາສ້າງເງື່ອນໄຂສະດວກ, ອີງໃສ່ຄວາມສາມາດບົ່ມຊ້ອນທີ່ເປັນທ່າແຮງຂອງສອງປະເທດເພື່ອໃຫ້ວິສາຫະກິດສອງປະເທດແຊກຊຶມເຂົ້າຕະຫຼາດໃຫ້ເລິກເຊິ່ງກວ່າອີກ. ສະຫາຍ ລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍລາວ ເປີດປະຕູໃຫ້ກວ້າງກວ່າອີກເພື່ອໃຫ້ວິສາຫະກິດຫວຽດນາມ ມີເງື່ອນໄຂສຳພັດ, ແຊກແຊງເຂົ້າຕະຫຼາດ. ບັນດາວິສາຫະກິດຫວຽດນາມ ໄປລົງທຶນຢູ່ລາວ ບໍ່ແມ່ນເພື່ອເປົ້າໝາຍນຳມາເຊິ່ງກຳໄລເທົ່ານັ້ນ ແຕ່ດ້ວຍເປົ້າໝາຍສູງສຸດແມ່ນເຮັດໃຫ້ສອງປະເທດຫວຽດນາມ-ລາວ ອ້າຍນ້ອງຮັ່ງມີຂຶ້ນຕື່ມ.
    |
 |
ສະຫາຍ ຫງວຽນຮ່ົງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກັບສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ (ເບື້ອງຂວາ). ພາບ: congthuong.vn |
ເວທີປາໄສຮ່ວມມືຢູ່ເຂດດິນແດນບໍ່ແຮ່
ຕອນບ່າຍວັນທີ 24 ທັນວາ, ທີ່ແຂວງກວາງນິງ, ພະນັກງານຂະແໜງອຸດສາຫະກໍາ ແລະການຄ້າ, ພະລັງງານ ແລະບໍ່ແຮ່ຂອງສອງປະເທດຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມກອງປະຊຸມຮ່ວມມື, ພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ, ພະລັງງານ ແລະບໍ່ແຮ່ຫວຽດນາມ-ລາວ 2022.
ກ່າວຄໍາເຫັນໄຂກອງປະຊຸມ, ສະຫາຍ ລັດຖະມົນຕີ ຫງວຽນຮ່ົງຢຽນ ເນັ້ນໜັກເຖິງຜົນງານໃນຂົງເຂດພະລັງງານຕື່ມອີກ, ໜຶ່ງໃນບັນດາໝາກຜົນຮ່ວມມືທີ່ພົ້ນເດັ່ນນັ້ນແມ່ນສອງຝ່າຍໄດ້ເຊັນ ແລະຜັນຂະຫຍາຍບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ ກ່ຽວກັບການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ລາວ, ຕິດຕັ້ງລະບົບໄຟຟ້າ ແລະຊື້ຂາຍໄຟຟ້າລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ເລື່ອງຊຸກຍູ້ການນໍາເຂົ້າໄຟຟ້າຈາກລາວ ເຂົ້າມາຫວຽດນາມ ໄດ້ດໍາເນີນຢ່າງຮີບດ່ວນ, ລື່ນກາຍຄວາມຄືບໜ້າທີ່ວາງອອກ (ມາຮອດປະຈຸບັນ, ລັດຖະບານຫວຽດນາມ ອະນຸມັດຜ່ານແຜນນະໂຍບາຍນໍາເຂົ້າໄຟຟ້າຈາກລາວ ບັນລຸປະມານ 90% ສະມັດຕະພາບຄໍາໝັ້ນສັນຍາຮອດປີ 2025). ແຫຼ່ງໄຟຟ້ານີ້ໃນຊຸມປີຜ່ານມາໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານຮັບປະກັນແຫຼ່ງສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ຄຽງຂ້າງກັນນັ້ນ, ລາວໄດ້ດຶງດູດຫຼາຍວິສາຫະກິດຫວຽດນາມ ເຂົ້າຮ່ວມການລົງທຶນໃນຂົງເຂດເຂື່ອນໄຟຟ້ານໍ້າຕົກ ແລະແຮ່ທາດ. ຍ້ອນເຫດນັ້ນ, ຍາມໃດລາວ ກໍ່ແມ່ນປະເທດນໍາໜ້າໃນບັນດາປະເທດ, ເຂດແຄວ້ນເຊິ່ງຫວຽດນາມ ມີການລົງທຶນອອກຕ່າງປະເທດ.
    |
 |
ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ພະນັກງານປະເທດລາວ. ພາບ: congthuong.vn |
ກ່າວຄໍາເຫັນທີ່ກອງປະຊຸມ, ສະຫາຍ ລັດຖະມົນຕີ ດາວວົງ ພອນແກ້ວ ໃຫ້ຮູ້ວ່າ: ປະຈຸບັນ ລັດຖະບານສອງປະເທດໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືແລກປ່ຽນການຊື້ຂາຍໄຟຟ້າດ້ວຍເປົ້າໝາຍໄລຍະ 2021-2025 ແມ່ນ 3000 MW ແລະຮອດປີ 2030 ຕ້ອງໃຫ້ບັນລຸ 5.000 MW. ປະຈຸບັນ ລາວມີ 25 ໂຄງການທີ່ມີສັນຍາຊື້ຂາຍໄຟຟ້າກັບກຸ່ມບໍລິສັດໄຟຟ້າຫວຽດນາມ ດ້ວຍກຳລັງຕິດຕັ້ງປະມານ 2,180 MW, ໃນນັ້ນມີ 2 ໂຄງການໄດ້ຜະລິດໄຟຟ້າຂາຍດ້ວຍກໍາລັງຕິດຕັ້ງແມ່ນ 572 MW ແລະບັນດາໂຄງການຍັງເຫຼືອກໍາລັງຢູ່ໃນໄລຍະກໍ່ສ້າງດ້ວຍຍອດກໍາລັງຕິດຕັ້ງແມ່ນ 1,608 MW.
ກ່ຽວກັບຂົງເຂດບໍ່ແຮ່ ແລະແຮ່ທາດ, ສະຫາຍ ລັດຖະມົນຕີ ດາວວົງ ພອນແກ້ວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ມີ 10 ບໍລິສັດຂອງຫວຽດນາມ ດໍາເນີນການສໍາຫຼວດທໍລະນີສາດ. ນອກຈາກນັ້ນ ຍັງມີ 18 ບໍລິສັດພວມຂຸດຄົ້ນ, ປຸງແຕ່ແຮ່ທາດ. ໃນຂະນະນັ້ນ, ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ກໍ່ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ຄຽງບ່າຄຽງໄຫຼ່ພ້ອມກັບພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າ, ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງແບບພິເສດ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ລາວ.
    |
 |
ສະຫາຍ ຮອງລັດຖະມົນຕີ ເຈິ່ນກ໊ວກແຄ໊ງ ປະດັບຫຼຽນໄຊມິດຕະພາບໃຫ້ພະນັກງານຂອງລາວ. ພາບ: congthuong.vn |
ລັດຖະມົນຕີໃຫ້ຂໍ້ສັງເກດວ່າໃນໄລຍະຜ່ານມາ, ວົງເງິນການຄ້າລະຫວ່າງສອງປະເທດໄດ້ຮັບການເຕີບໂຕຢ່າງຕັ້ງໜ້າ ແຕ່ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນດ້ານການເມືອງລະຫວ່າງສອງຝ່າຍ; ສະຫາຍ ຢັ້ງຢືນວ່າ ກະຊວງອຸດສາຫະກໍາ ແລະການຄ້າລາວ ຈະເພີ່ມທະວີການຮ່ວມມືກັບຝ່າຍຫວຽດນາມ ເພື່ອຕັ້ງໜ້າຜັນຂະຫຍາຍບັນດາການກໍານົດທິດ, ຊຸກຍູ້ການພົວພັນຢ່າງແຮງກວ່າ, ໂດຍສະເພາະແມ່ນການຄ້າຂ້າມຊາຍແດນ, ແລກປ່ຽນສິນຄ້າປະເພດຕ່າງໆເຊິ່ງສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ, ໃນນັ້ນ ມີຂົງເຂດພະລັງງານ ແລະບໍ່ແຮ່.
ຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ
ຕອນບ່າຍວັນດຽວກັນ, ພາຍຫຼັງກອງປະຊຸມຄົບຄະນະຢ່າງເປັນທາງການ, ສອງຝ່າຍໄດ້ມີການແລກປ່ຽນກ່ຽວກັບຜົນການຮ່ວມມືສອງຝ່າຍໃນຂົງເຂດອຸດສາຫະກໍາ-ການຄ້າ ແລະພະລັງງານສອງປະເທດ, ໃນນັ້ນ ສຸມໃສ່ບັນຫາຄຸ້ມຄອງສິນຄ້າ, ສ້າງຂໍ້ມູນສະຖິຕິ, ສ່ົງອອກສິນຄ້າ, ສະໜອງນໍ້າມັນ, ພັດທະນາພະລັງງານ. ມີເຖິງສອງກອງປະຊຸມສໍາມະນາໂດຍບັນດາກົມຂອງສາມກະຊວງຜັນຂະຫຍາຍກ່ຽວກັບມາດຕະການຮ່ວມມືພັດທະນາກ່ຽວກັບອຸດສາຫະກໍາ ແລະການຄ້າ, ກ່ຽວກັບບໍ່ແຮ່ ແລະພະລັງງານ.
ສອງກອງປະຊຸມສໍາມະນາໄດ້ດໍາເນີນໄປຢ່າງຄຶກຄື້ນ, ຈິງໃຈຈົນເຮັດໃຫ້ທຸກຄົນລືມໂມງເວລາ. ນັບທັງລັດຖະມົນຕີ ຫງວຽນຮົ່ງຢຽນ ບອກໃຫ້ປ່ຽນໄປສູ່ລາຍການອື່ນ, ແຕ່ທຸກຄົນຍັງມົວເມົາປຶກສາຫາລືຈົນຊ້າກວ່າເວລາທີ່ຄາດຄະເນ. ນອກຈາກເລື່ອງເຂື່ອນໄຟຟ້ານໍ້າຕົກ, ເລື່ອງຂຸດຄົ້ນແຮ່ທາດ, ເລື່ອງພັດທະນາເສັ້ນທາງຊື້ຂາຍໄຟຟ້າມາຫວຽດນາມ ແລ້ວນັ້ນ ຝ່າຍເພື່ອນລາວ ຍັງມີຄວາມສົນໃຈເຖິງບົດຮຽນ, ວິທີເຮັດຂອງຫວຽດນາມ ເພື່ອຜ່ານຜ່າໄລຍະສັບສົນທາງດ້ານພະລັງງານ, ການຂາດເຂີນນໍ້າມັນຍ້ອນຜົນກະທົບທາງດ້ານພູມສາດການເມືອງທົ່ວໂລກ ເຊິ່ງປະເທດເພື່ອນພວມປະສົບກັບຄວາມຫຍຸ້ງຍາກ, ໄດ້ ແລະຈະຕ້ອງໄດ້ຮັບການການຊ່ວຍເຫຼືອຈາກຫວຽດນາມ ຫຼາຍກວ່າອີກ. ເຂົາເຈົ້າກໍ່ຢາກ “ຖາມ” ຫຼາຍບັນຫາກ່ຽວກັບການເຮັດໃຫ້ລາຄາເປັນປົກກະຕິ, ຄຸ້ມຄອງຕະຫຼາດ, ພັດທະນາຕະຫຼາດພາຍໃນ ແລະກວ້າງກວ່າແມ່ນເຮັດແນວໃດເພື່ອໃຫ້ຫວຽດນາມ ບືນຕົວຂຶ້ນໃນຄວາມຫຍຸ້ງຍາກຂັດສົນໃຫ້ໄດ້ຢູ່ໃນທອັບແຖວໜ້າພາກພື້ນກ່ຽວກັບການພັດທະນາ, ຟື້ນຟູເສດຖະກິດ? ເຮັດແນວໃດເພື່ອໃຫ້ການສົ່ງອອກຍາມໃດກໍ່ໄດ້ຢູ່ໃນທອັບແຖວໜ້າໂລກ, ອຸດສາຫະກໍາຍາມໃດກໍ່ແມ່ນກຳລັງໜູນນໍາໜ້າໃນການພັດທະນາ?
    |
 |
ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ຕາງໜ້າພັກ, ລັດ, ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ບັນດາພະນັກງານຂະແໜງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: congthuong.vn |
ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ໄດ້ຕາງໜ້າພັກ, ລັດ, ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ບັນດາພະນັກງານຂະແໜງອຸດສາຫະກໍາ ແລະການຄ້າຫວຽດນາມ ໃນທ່າມກາງກອງປະຊຸມສໍາມະນາພວມດໍາເນີນໄປຢ່າງຄຶກຄື້ນນັ້ນ ການນໍາສາມກະຊວງຂອງສອງປະເທດ ແລະການນໍາແຂວງກວາງນິງ ກໍ່ມີການເຮັດວຽກຢ່າງແທດຈິງທີ່ສຸດ. ກວາງນິງ-ເຂດດິນແດນບໍ່ພຽງແຕ່ມີຊື່ສຽງເປັນເຂດດິນແດນບໍ່ແຮ່, ເປັນເຂດອູ່ຂອງບັນດາຂະແໜງອຸດສາຫະກໍາແຮ່ທາດຂອງຫວຽດນາມ ເທົ່ານັ້ນ ແຕ່ໃນຊຸມປີຜ່ານມາເຂດດິນແດນດັ່ງກ່າວຍັງໄດ້ເປັນແບບຢ່າງຂອງການພັດທະນາ ແລະການຫັນປ່ຽນຕາມຮູບແບບ “ເສດຖະກິດສີຂຽວ” ອີກດ້ວຍ. ທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສະຫາຍ ຫງວຽນຊວນກີ໊ ເລຂາພັກແຂວງກວາງນິງ ເຄີຍແບ່ງປັນບົດຮຽນລໍ້າຄ່າຫຼາຍຢ່າງເພື່ອພັດທະນາໄວ ແລະຍືນຍົງ. ຫຼາຍແນວຄວາມຄິດນັ້ນ ວັນນີ້ໄດ້ສະຫາຍເລຂາພັກແຂວງ ກ່າວໃນບົດປະກອບຄໍາເຫັນເຮັດໃຫ້ການນໍາສາມກະຊວງຂອງຂະແໜງອຸດສາຫະກໍາ ແລະການຄ້າສອງປະເທດມີຄວາມສົນໃຈຫຼາຍ .
ສະຫາຍ ຫງວຽນຊວນກີ໊ ໃຫ້ຮູ້ວ່າ, ການຮ່ວມມືລະຫວ່າງແຂວງກວາງນິງ ກັບສາມແຂວງພາກເໜືອລາວ: ຫົວພັນ, ຫຼວງພະບາງ, ໄຊຍະບູລີ ໃນຫຼາຍຂົງເຂດຄືການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ການຄ້າຜ່ານມາມີການພັດທະນາເປັນຢ່າງດີ ແລະສະຫາຍ ປາດຖະໜາວ່າໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງແຂວງກວາງນິງ ກັບບັນດາແຂວງຂອງລາວ ຈະສືບຕໍ່ມີຫຼາຍບາດກ້າວພັດທະນາໃໝ່.
    |
 |
ລັດຖະມົນຕີກະຊວງອຸດສາຫະກໍໍາ ແລະການຄ້າ ມອບຂອງຂວັນທີ່ລະນຶກໃຫ້ການນໍາຝ່າຍລາວ ແລະແຂວງກວາງນິງ. ພາບ: congthuong.vn |
ການພັດທະນາຂອງແຂວງກວາງນິງ ຜ່ານຄໍາເວົ້າຂອງສະຫາຍເລຂາພັກແຂວງ ເຮັດໃຫ້ຂ້າພະເຈົ້າຄິດເຖິງຮູບພາບເຮືອບິນນຳສົ່ງຄະນະປະຕິບັດງານລາວ ມີຮູບດອກຈໍາປາ ທີ່ລົງຈອດຢູ່ສະໜາມບິນເວິນໂດນ ໃນຕອນບ່າຍມື້ວານຄືດັ່ງພະຍານຫຼັກຖານທີ່ພິສູດໃຫ້ເຫັນຈິນຕະນາການບຸກທະລຸພັດທະນາ. ສື່ມວນຊົນເຄີຍຍົກເລື່ອງສະຫາຍນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເມື່ອດໍາລົງຕໍາແໜ່ງເປັນເລຂາພັກແຂວງກວາງນິງ ໄດ້ພ້ອມກັບການນໍາຂອງແຂວງປະຕິບັດຈິນຕະນາການບຸກທະລຸ, ຕີລາຄາຄຸນນະພາບກັບນັກຊ່ຽວຊານ ເສດຖະກິດແຖວໜ້າຂອງຕ່າງປະເທດຢ່າງມີວິທະຍາສາດເພື່ອເລືອກທິດເດີນທີ່ຖືກຕ້ອງ, ສອດຄ່ອງກັບທ້ອງຖິ່ນ, ຈາກນັ້ນແມ່ນສ້າງກໍາລັງໜູນນໍາພາຂະບວນການພັດທະນາ.
ມີອີກເລື່ອງໜຶ່ງທີ່ໜ້າຈັບໃຈມີຈຸດລວມທັງຢູ່ລາວ ແລະແຂວງກວາງນິງ. ນັກຄົ້ນຄວ້າ Paul Collier ເຄີຍເວົ້າວ່າ: “ຖ້າຫາກເຈົ້າມີທະເລ, ເຈົ້າຈົ່ງຮັບໃຊ້ໂລກ; ຖ້າຫາກເຈົ້າບໍ່ຕິດກັບທະເລ, ເຈົ້າຈົ່ງຮັບໃຊ້ປະເທດບ້ານໃກ້ເຮືອນຄຽງຂອງຕົນ”. ຫວຽດນາມ ໄດ້ສ້າງ “ນິທານແຫ່ງສະຕະວັດທີ XXI”, ມີໜຶ່ງບໍ່ມີສອງໃນໂລກເມື່ອຊ່ວຍລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄດ້ກາຍເປັນປະເທດມີທະເລດ້ວຍໂຄງການເຊື່ອມຕໍ່ກັບທ່າກໍາປັ່ນ ຫວູງອ໊າງ ກັບລາວ. ປະຈຸບັນ ແຂວງກວາງນິງ ກໍ່ໄດ້ ແລະກໍາລັງຜັນຂະຫຍາຍມະຕິສົມທົບກັນລະຫວ່າງ 4 ແຂວງກວາງນິງ, ຫາຍຟ່ອງ, ຫາຍເຢືອງ, ບັ໊ກຢາງ... ເພື່ອຊ່ວຍປະເທດເພື່ອນມິດທີ່ບໍ່ມີທາງອອກສູ່ທະເລສາມາດພັດທະນາເສດຖະກິດທາງທະເລ. ສັດຈະທຳ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ເຊິ່ງປະທານໂຮ່ຈີມິນ ເຄີຍຕັກເຕືອນວັນນີ້ໄດ້ກາຍເປັນເລື່ອງລາວບໍ່ພຽງແຕ່ໃນການພົວພັນສາກົນ.
    |
 |
ການນໍາແຂວງກວາງນິງ ມອບຂອງຂວັນລະນຶກໃຫ້ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະການຄ້າລາວ. ພາບ: congthuong.vn |
    |
 |
ການນໍາແຂວງກວາງນິງ ມອບຂອງຂວັນລະນຶກໃຫ້ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ. ພາບ: congthuong.vn |
ຕອນຄໍ່າ, ໃນການພົບປະທີ່ເຕັມໄປດ້ວຍນໍ້າໃຈອ້າຍນ້ອງສັດຊື່, ຈິງໃຈ, ບົດເພງດອກຈໍາປາໄດ້ສະແດງໃຫ້ເຫັນວາດຊົງ, ທາດແທ້ຄຸນສົມບັດຂອງອ້າຍນ້ອງລາວ ດັງກ້ອງຂຶ້ນ. ຫວ່າງມໍ່ໆມານີ້, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢ້ຳຄືນຄໍາເວົ້າຂອງປະທານ ສຸພານຸວົງທີ່ວ່າ: “ນ້ຳໃຈຫວຽດ-ລາວສູງກວ່າພູຜາ, ຍາວກວ່າແມ່ນໍ້າ, ກວ້າງກວ່າທະເລ, ໃສແຈ້ງກວ່າເດືອນເພັງ, ຫອມກວ່າດອກໄມ້ທີ່ຫອມກວ່າໝູ່ໝົດ”.
    |
 |
ການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດຖ່າຍຮູບລະນຶກສະແດງໃຫ້ເຫັນອາລົມຈິດມິດຕະພາບແບບພິເສດ, ຮອບດ້ານລະຫວ່າງຫວຽດນາມ ແລະລາວ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”. ພາບ: congthuong.vn |
ຄວາມມານະພະຍາຍາມຂອງຂະແໜງອຸດສາຫະກໍາ ແລະການຄ້າຂອງສອງປະເທດວັນນີ້ໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈເລິກເຊິ່ງສູງກວ່າພູຜາ, ຍາວກວ່າແມ່ນໍ້າ ນັ້ນ, ຄືດັ່ງ ດອກຈໍາປາ ໃນວັນນີ້ໄດ້ເບັ່ງບານຢູ່ເຂດດິນແດນບໍ່ແຮ່ຫວຽດນາມ ໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມຕື່ມອີກ. ຍ້ອນວ່ານັ້ນແມ່ນດອກໄມ້ທີ່ເຊື່ອມສາຍສຳພັນຂອງຜູ້ຄົນທີ່ກໍາລັງຢູ່ແຖວໜ້າຂອງຂະແໜງເສດຖະກິດຂອງສອງປະເທດ, ເພີ່ມພູນຄູນສ້າງໃຫ້ດອກໄມ້ປະເພດນີ້ ມີຄວາມສົດໃສ, ສວຍງາມ, ຫອມຫວນຕື່ມອີກ.
ໂດຍ: ດັ້ງເກື່ອງ